ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ບັນ​ດາ​ເພື່ອນ​ມິດ ​ອາ​ເມ​ລິ​ກາ​ ທີ່​ຮັກ​ແພງ ຫວ​ຽດ​ນາມ

(VOVWORLD) -   ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ, ຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ແລະ ສປຊ, ວັນທີ 15 ພຶດສະພາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນ ນິວຢອກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ McAuliff ແລະ ເພື່ອນມິດອາເມລິກາ ທີ່ສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ, ຕ້ອນຮັບເພື່ອນມິດຝ່າຍຊ້າຍ ອາເມລິກາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ບັນ​ດາ​ເພື່ອນ​ມິດ ​ອາ​ເມ​ລິ​ກາ​ ທີ່​ຮັກ​ແພງ ຫວ​ຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບບັນດາເພື່ອນມິດ ອາເມລິກາ ທີ່ຮັກແພງ ຫວຽດນາມ

ທີ່ການພົບປະ ກັບທ່ານ McAuliff ແລະ ເພື່ອນມິດອາເມລິກາ ທີ່ສະໜັບສະໜູນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ການປະກອບສ່ວນຂອງທ່ານ McAuliff, ເພື່ອນມິດ ອາເມລິກາ ທີ່ສະໜັບສະໜູນ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຫວຽດນາມ ແລະ ໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເປັນຕົ້ນແມ່ນ ໃນການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ທ່ານກໍ່ຫວັງວ່າ ທ່ານ McAuliff ແລະ ເພື່ອນມິດອາເມລິກາ ຈະມີມາດຕະການທີ່ຕັ້ງໜ້າ, ມີປະສິດທິຜົນກ່ວາ, ສືບຕໍ່ຂົນຂວາຍ ແລະ ມີບັນດາໂຄງການ, ວຽກງານຢ່າງລະອຽດ ເພື່ອຊຸກຍູ້ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ ເພື່ອນມິດ ຝ່າຍຊ້າຍ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ”, ປະຕິບັດການສ້າງສາປະເທດຊາດ ໂດຍອີງໃສ່ 3 ເສົາຄ້ຳນັ້ນແມ່ນ ລັດແຫ່ງສິດອຳນາດນິຕິບັນຍັດສັງຄົມນິຍົມ, ພື້ນຖານປະຊາທິປະໄຕສັງຄົມນິຍົມ, ພື້ນຖານເສດຖະກິດການຕະຫຼາດ ກຳນົດທິດສັງຄົມນິຍົມ.

        ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ພວກເພື່ອນ ອາເມລິກາ ຈົ່ງເສີມຂະຫຍາຍ, ປະກອບສ່ວຍຫຼາຍກ່ວາອີກ ເຂົ້າໃນການເພີ່ມພູນຄູນສ້າງໃຫ້ແກ່ການພົວພັນ ຫວຽດນາມ - ອາເມລິກາ ບົນຈິດໃຈເຄົາລົບນັບຖືລະບອບລະບຽບການ, ເຄົາລົບເອກະລາດປະຊາທິປະໄຕຂອງກັນ ແລະ ກໍ່ຄືຄວາມຫວັງຂອງ ອາເມລິກາ ຕໍ່ຫວຽດນາມ ແມ່ນ ເຂັ້ມແຂງ, ວັດທະນາຖາວອນ, ເອກະລາດ; ເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ