ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ການ​ນຳ ອົດ​ສະ​ຕາ​ລີ, ຍີ່​ປຸ່ນ, ອິນ​ເດຍ ແລະ ອິນ​ໂດ​ເນ​ເຊຍ

(VOVWORLD) - ຕອນເຊົ້າວັນທີ 11 ຕຸລາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ວຽງຈັນ, ລາວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະບສອງຝ່າຍກັບການນຳບັນດາປະເທດ: ອົດສະຕາລີ, ຍີ່ປຸ່ນ, ອິນເດຍ, ອິນໂດເນເຊຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ການ​ນຳ ອົດ​ສະ​ຕາ​ລີ, ຍີ່​ປຸ່ນ, ອິນ​ເດຍ ແລະ ອິນ​ໂດ​ເນ​ເຊຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຢູ່ກອງປະຊຸມສຸດຍອດ ອາຊຽນ (ພາບ: VOV)

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese, ການນຳສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍຍຸດທະສາດເພີ່ມທະວີການຮ່ວມມືດ້ານເສດຖະກິດ ຫວຽດນາມ - ອົດສະຕາລີ (EEES) ຢ່າງມີປະສິດທິຜົນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ແຮງງານ, ການສຶກສາ - ບຳລຸງສ້າງ, ກະສິກຳ, ວິທະຍາສາດ - ເຕັກໂນໂລຢີ, ການທ່ອງທ່ຽວ, ເຊື່ອມຈອດທ້ອງຖິ່ນ, ພົບປະແລກປ່ຽນປະຊາຊົນ…

ແລະກໍ່ໃນຕອນເຊົ້າວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba. ນີ້ແມ່ນການພົບປະຄັ້ງທຳອິດ ຂອງນາຍົກລັດຖະມົນຕີ ສອງປະເທດນັບແຕ່ເວລາທ່ານ Ishiba ຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງຄວາມສຳຄັນຂອງການຍູ້ແຮງການຮ່ວມມືດ້ານເສດຖະກິດ, ເສົາຄ້ຳຫຼັກຂອງການພົວພັນສອງປະເທດ, ໃຫ້ຄຳໝັ້ນສັນຍາສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຍີ່ປຸ່ນກ່ວາ 20000 ແຫ່ງ ທີ່ມີການຮ່ວມມືລົງທຶນ ແລະ ດຳເນີນທຸລະກິດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຢູ່ ຫວຽດນາມ.   ສ່ວນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shigeru Ishiba ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຫຼັກແຫຼ່ງໃນການຜັນຂະຫຍາຍຂໍ້ລິເລີ່ມຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ, ທ່ານປາດຖະໜາຢາກນຳການພົວພັນ ຫວຽດນາມ - ຍີ່ປຸ່ນ ເຂົ້າສູ່ລວງເລິກ, ແທ້ຈິງກ່ວາອີກ.

ທີ່ການພົບປະລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ການນຳສອງທ່ານໄດ້ເຫັນດີເປັນເອກະພາບປຶກສາຫາລືສັນຍາການຄ້າເສລີສອງຝ່າຍໂດຍໄວ, ເພີ່ມທະວີບັນດາຖ້ຽວບິນເຊື່ອມຈອດບັນດານະຄອນໃຫຍ່ຂອງສອງປະເທດ ຕື່ມອີກ ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ, ເສດຖະກິດ ແລະ ການພົບປະແລກປ່ຽນປະຊາຊົນ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານ Ma’ruf Amin ຮອງປະທານາທິບໍດີ ອິນໂດເນເຊຍ , ຫົວໜ້າຄະນະຜູ້ແທນ ອິນໂດເນເຊຍ ເຂົ້າຮ່ວມກອງປະຊຸມ, ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ