ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມ ໂຮງໝໍຫຼາຍຂະແຫຼງແຂວງ ແຄັງຮວ່າ, ໂຮງຮຽນເດັກກ່ຳພ້າ SOS ຍາຈາງ
(VOVWORLD) - ຕອນເຊົ້າວັນທີ 01 ເມສາ, ໃນລາຍການເຄື່ອນໄຫວຢູ່ແຂວງ ແຄັງຮວ່າ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມໂຮງໝໍຫຼາຍຂະແໜງແຂວງ ແຄັງຮວ່າ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢື້ຢາມຖາມຂ່າວ, ໃຫ້ກຳລັງໃຈ ຄົນເຈັບ |
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ສຳຫຼວດພື້ນຖານທາງດ້ານວັດຖຸ, ລະດົມກຳລັງໃຈຖັນແຖວພະນັກງານ, ແພດໝໍຂອງໂຮງໝໍ; ຢື້ຢາມຖາມຂ່າວ, ໃຫ້ກຳລັງໃຈ ຄົນເຈັບທີ່ພວມປິ່ນປົວຢູ່ທີ່ນີ້. ນະທີ່ນີ້, ທ່ານນາຍົກລັດຖະມົນຕີກໍຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານທີ່ສຳຄັນຂອງຄະນະແພດໝໍ, ພະນັກງານການແພດຂອງໂຮງໝໍຫຼາຍຂະແໜງແຂວງ ແຄັງຮວ່າ; ສະເໜີຄະນະການນຳ ແລະ ຖັນແຖວພະນັກງານ, ແພດໝໍຂອງໂຮງໝໍ ສືບຕໍ່ສຸມໃສ່ຍົກສູງຄຸນນະພາບຂອງວຽກງານກວດ, ປິ່ນປົວພະຍາດ, ມຸ່ງໄປສູ່ເປົ້າໝາຍພັດທະນາໂຮງໝໍຫຼາຍຂະແໜງແຂວງ ແຄັງຮວ່າ ກາຍເປັນໂຮງໝໍແຖວໜ້າຂອງເຂດແຄມທະເລທາງທິດໃຕ້ພາກກາງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມໂຮງຮຽນເດັກກ່ຳພ້າ SOS ຍາຈາງ |
ໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມໂຮງຮຽນເດັກກ່ຳພ້າ SOS ຍາຈາງ, ເຊິ່ງເປັນບ່ອນເບິ່ງແຍງລ້ຽງດູ, ສຶກສາໃຫ້ແກ່ເດັກກ່ຳພ້າ ແລະ ເຂົ້າຮ່ວມພິທີເປີດສະຫຼອງໂຮງລະຄອນ “ດໍ”, ເຊິ່ງເປັນກິດຈະກຳຈຸດສຸມ ນອນໃນເຂດສູນລວມການ ພັກຜ່ອນ - ສິລະປະ - ບັນເທິງ Vega City ຍາຈາງ.