ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີຍີ່​​​ປຸ່ນ​ສືບ​ຕໍ່​ໜູນ​ຊ່ວຍ ອາ​ຊຽນ​ຊຸກ​ຍູ້​ພັດ​ທະ​ນາ​ຢ່າງ​ສະ​ໝ່ຳສະ​ເໝີ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ ອາຊຽນ ແລະ ຍີ່ປຸ່ນ ຄວນຮ່ວມມືກັນຍົກສູງກຳລັງຄວາມສາມາດຮັບມືກັບກໍລະນີການແພດສຸກເສີນໃນອະນາຄົດ;  ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຟື້ນຟູ ແລະ ນຳລະບົບສະໜອງທີ່ຖືກຕັດຕອນຍ້ອນໂລກລະບາດໂຄວິດ - 19 ເປັນປົກກະຕິ, ສ້າງເງື່ອນໄຂສະດວກ ແລະ ໃຫ້ການໜູນຊ່ວຍຢ່າງສຸດຂີດເພື່ອໃຫ້ວິສາຫະກິດ, ນັກລົງທຶນ ຍີ່ປຸ່ນ ຮັກສາການຜະລິດ, ດຳເນີນທຸລະກິດເປັນປົກກະຕິຢູ່ ພາກພື້ນ ແລະ ຫວຽດນາມ.
ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີຍີ່​​​ປຸ່ນ​ສືບ​ຕໍ່​ໜູນ​ຊ່ວຍ ອາ​ຊຽນ​ຊຸກ​ຍູ້​ພັດ​ທະ​ນາ​ຢ່າງ​ສະ​ໝ່ຳສະ​ເໝີ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 24 (ພາບ: TTXVN)

ຕອນເຊົ້າວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ແລະ ການນຳບັນດາປະເທດອາຊຽນ, ນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio ແລະ ເລຂາທິການໃຫຍ່ອາຊຽນ Lim Jock Hoi ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 24.

ຢູ່ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ Kishida Fumio ໄດ້ຢັ້ງຢືນຄຳໝັ້ນສັນຍາໜູນຊ່ວຍ ອາຊຽນໃນການຮັດແຄບໄລຍະຫ່າງການພັດທະນາ, ພັດທະນາອະນຸພາກພື້ນເພື່ອຈຳກັດຜົນກະທົບຈາກໂລກລະບາດໂຄວິດ-19, ລົງທຶນແຫຼ່ງກຳລັງຫຼາຍກວ່າເພື່ອຊ່ວຍອາຊຽນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາຂຽວ ແລະ ຍືນຍົງ… ເມື່ອແລກປ່ຽນກ່ຽວກັບສະພາບການໃນພາກພື້ນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນໄດ້ຢັ້ງຢືນການສະໜັບສະໜູນຫຼັກໝັ້ນຂອງອາຊຽນກ່ຽວກັບທະເລຕາເວັນອອກ, ຊົມເຊີຍບົດບາດຂອງອາຊຽນໃນການຊຸກຍູ້ການຮ່ວມມື, ເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ພາກພື້ນ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ສ້າງກົດແຫ່ງການປະພຶດ ຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາຂອງສປຊກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982. ຍີ່ປຸ່ນກໍ່ຢັ້ງຢືນສະໜັບສະໜູນບົດບາດຂອງອາຊຽນ ໃນການຊຸກຍູ້ການເຈລະຈາ, ການໄກ່ເກ່ຍ, ການໜູນຊ່ວຍ ມຽນມາ ຊອກຫາມາດຕະການແກ້ໄຂສະພາບການໃຫ້ມີສະຖຽນລະພາບ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊີ້ແຈ້ງວ່າ ອາຊຽນ ແລະ ຍີ່ປຸ່ນ ຄວນຮ່ວມມືກັນຍົກສູງກຳລັງຄວາມສາມາດຮັບມືກັບກໍລະນີການແພດສຸກເສີນໃນອະນາຄົດ;  ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຟື້ນຟູ ແລະ ນຳລະບົບສະໜອງທີ່ຖືກຕັດຕອນຍ້ອນໂລກລະບາດໂຄວິດ - 19 ເປັນປົກກະຕິ, ສ້າງເງື່ອນໄຂສະດວກ ແລະ ໃຫ້ການໜູນຊ່ວຍຢ່າງສຸດຂີດເພື່ອໃຫ້ວິສາຫະກິດ, ນັກລົງທຶນ ຍີ່ປຸ່ນ ຮັກສາການຜະລິດ, ດຳເນີນທຸລະກິດເປັນປົກກະຕິຢູ່ ພາກພື້ນ ແລະ ຫວຽດນາມ.

        ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍສະເໜີໃຫ້ ຍີ່ປຸ່ນ ຕັ້ງໜ້າໜູນຊ່ວຍບັນດາປະເທດ ອາຊຽນ ແລະ ຫວຽດນາມ ພັດທະນາພື້ນຖານໂຄງລ່າງຍຸດທະສາດ, ພັດທະນາຂຽວ, ຮ່ວມມືກັນຫັນເປັນດີຈີຕອນ, ເສດຖະກິດດີຈີຕອນ ແລະ ໜູນຊ່ວຍວິສາຫະກິດຟື້ນຟູພາຍຫຼັງໂລກລະບາດ.


ຕອບກັບ

ຂ່າວ/ບົດ​ອື່ນ