ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ສະ​ເໜີ​ໃຫ້​ສ້າງກ​ົນ​ໄກ​ເຮັດ​ວຽກ​ແບບ​ທາງ​ໄກ​ເພື່ອ​ສາ​ມາດ​ແລກ​ປ່ຽນ​ກັບ​ພໍ່​ແມ່​ພີ່​ນ້ອງ​ຊາວ​ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ສະ​ດວກກວ່າ

(VOVWORLD) -        ຕອນເຊົ້າວັນທີ 17 ພຶດສະພາ (ຕາມເວລາທ້ອງຖິ່ນ), ຢູ່ San Francisco, ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບວິສາຫະກິດ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຈຳນວນໜຶ່ງທີ່ເຄື່ອນໄຫວໃນຂົງເຂດການເງິນ ແລະ ເຕັກໂນໂລຢີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ສະ​ເໜີ​ໃຫ້​ສ້າງກ​ົນ​ໄກ​ເຮັດ​ວຽກ​ແບບ​ທາງ​ໄກ​ເພື່ອ​ສາ​ມາດ​ແລກ​ປ່ຽນ​ກັບ​ພໍ່​ແມ່​ພີ່​ນ້ອງ​ຊາວ​ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ສະ​ດວກກວ່າ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ 

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ໄດ້ໃຊ້ເວລາສ່ວນຫຼາຍເພື່ອໄຈ້ແຍກກ່ຽວກັບແນວທາງ, ຍຸດທະສາດ ແລະ ເປົ້າໝາຍພັດທະນາປະເທດຊາດໃນຊຸມປີຈະມາເຖິງ. ທ່ານກໍຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍຖືປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກວົງຄະນະຍາດບັນດາເຜົ່າ ຫວຽດນາມ ໄດ້, ແລະ ໄດ້ວາງອອກຫຼາຍແຜນນະໂຍບາຍ, ນະໂບບາຍເປີດກວ້າງ ແລະ ມາດຕະການລະອຽດ ແນໃສ່ສ້າງເງື່ອນໄຂໃຫ້ນັບມື້ນັບສະດວກກວ່າ ເພື່ອໃຫ້ພໍ່ແມ່ພີ່ນ້ອງກັບເມືອຢ້ຽມຢາມປະເທດ, ຍາດພີ່ນ້ອງ, ລົງທຶນ, ດຳເນີນທຸລະກິດ, ຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຢີ, ການເຄື່ອນໄຫວວັດທະນະທຳ - ສິລະປະ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍສະເໜີໃຫ້ບັນດາອົງການກ່ຽວຂ້ອງ ຄົ້ນຄວ້າ, ສ້າງກົນໄກເຮັດວຽກແບບທາງໄກ ເພື່ອສາມາດແລກປ່ຽນກັບພໍ່ແມ່ພີ່ນ້ອງທີ່ພວມອາໄສຢູ່ຕ່າງປະເທດໄດ້ຢ່າງສະດວກກວ່າ, ຄົ້ນຄວ້ານະໂຍບາຍອຳນວຍຄວາມສະດວກຕື່ມອີກເພື່ອໃຫ້ພໍ່ແມ່ພີ່ນ້ອງປະກອບສ່ວນ, ອຸທິດສ່ວນແກ່ປະເທດຊາດ.

        ໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ກໍໄດ້ໃຫ້ການຕ້ອນຮັບ ທ່ານນາງ London Breed ເຈົ້າຄອງນະຄອນ San Francisco. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ຖື San Francisco ເປັນສະຖານທີ່ຈຸດສຸມເພື່ອຊຸກຍູ້ການພົວພັນລະຫວ່າງທ້ອງຖິ່ນຕ່າງໆຂອງ ຫວຽດນາມ ກັບ ອາເມລິກາ. ທ່ານກໍຢັ້ງຢືນວ່າ ຫວຽດນາມ ຢາກຊຸກຍຸ້ການພົວພັນລະຫວ່າງ San Francisco ກັບນະຄອນຕ່າງໆຂອງ ຫວຽດນາມ ເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ ສະ​ເໜີ​ໃຫ້​ສ້າງກ​ົນ​ໄກ​ເຮັດ​ວຽກ​ແບບ​ທາງ​ໄກ​ເພື່ອ​ສາ​ມາດ​ແລກ​ປ່ຽນ​ກັບ​ພໍ່​ແມ່​ພີ່​ນ້ອງ​ຊາວ​ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ສະ​ດວກກວ່າ - ảnh 2Microsoft ກໍສະແດງຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນການຫັນເປັນດີຈີຕອນ (ພາບ: VGP)

        ສ່ວນໃນການຕ້ອບຮັບທ່ານ Sandy Gupta, ຮອງປະທານ, ຜູ້ອໍານວຍການຮັບຜິດຊອບພາກພື້ນ ອາຊີ - ປາຊີຟິກ ແລະ ການນຳຂອງກຸ່ມບໍລິສັດ Microsoft, Microsoft ກໍສະແດງຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ ໃນການຫັນເປັນດີຈີຕອນ; ຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີເນັດ; ຊ່ວຍ ຫວຽດນາມ ບັນລຸໄດ້ເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດລົງລະດັບ 0 ໃນປີ 2050; ປະກອບສ່ວນຊ່ວຍ ຫວຽດນາມ ສ້າງພື້ນຖານເສດຖະກິດຂຽວ, ເສດຖະກິດດີຈີຕອນ, ພັດທະນາແບບຍືນຍົງ.

        ສ່ວນທ່ານສາດສະດາຈານ Ruth O'Hara ປະທານສະພາສາດສະດາຈານ ມະຫາວິທະຍາໄລ Stanford ແລະ ເພື່ອນຮ່ວມອາຊີບ ໃຫ້ຮູ້ວ່າ, ມະຫາວິທະຍາໄລ ສາມາດສົມທົບກັບ ຫວຽດນາມ ໃນຂົງເຂດ ປັນຍາປະດິດ (AI) ດ້ວຍຄວາມປາດຖະໜາຢາກ ຈົດຊື່ ຫວຽດນາມ ໃສ່ ແຜນທີ AI ໃນໂລກ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ