ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ອວຍພອນບຸນປີໃໝ່ຄອບຄົວອະດີດການນຳລັດຖະບານ ຢູ່ນະຄອນໂຮ່ຈີມິນ
(VOVWORLD) - ຕອນເຊົ້າວັນທີ 20 ມັງກອນ, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຖະຫວາຍດອກໄມ້, ຈູດທູບທຽນ, ຢຶ້ຢາມຖາມຂ່າວອວຍພອນບຸນເຕັດຄອບຄົວປະທານສະພາລັດຖະມົນຕີ ຟ້າມຮຸ່ງ, ຄອບຄົວອະດີດນາຍົກລັດຖະມົນຕີ ຫວໍວັນກຽດ ແລະ ຄອບຄົວອະດີດນາຍົກລັດຖະມົນຕີ ຟານວັນຂາຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານຮອງນາຍົກລັດຖະມົນຕີ ເລມິງຂາຍ ຖະຫວາຍທູບທຽນອາໄລຫາອະດີດປະທານສະພາລັດຖະມົນຕີ ຟ້າມຮຸ່ງ (ພາບ: VGP)
|
ເມື່ອໂອ້ລົມກັບຍາດຕິພີ່ນ້ອງຄອບຄົວອະດີດນາຍົກລັດຖະມົນຕີ ຟານວັນຂາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກໃຫ້ເຫັນການປະກອບສ່ວນຂອງທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ໃນວິວັດການພັດທະນາປະເທດຊາດ ໂດຍສະເພາະແມ່ນພັດທະນາເສດຖະກິດ.
ເມື່ອຖະຫວາຍທູບທຽນອາໄລຫາປະທານສະພາລັດຖະມົນຕີ ຟ້າມຮຸ່ງ, ທ່ານອະດີດນາຍົກລັດຖະມົນຕີ ຫວໍວັນກຽດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ປະທານສະພາລັດຖະມົນຕີຟ້າມຮຸ່ງ ແລະ ອະດີດນາຍົກລັດຖະມົນຕີ ຫວໍວັນກຽດ ໃນພາລະກິດສ້າງສາ, ປົກປັກຮັກສາ ແລະ ປ່ຽນແປງໃໝ່ປະເທດຊາດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກ ເຖິງຄວາມເກັ່ງກ້າສາມາດ, ຄຸນສົມບັດ ຂອງບັນດາການນຳອາວຸໂສ ວ່າ ເປັນແບບຢ່າງເພື່ອໃຫ້ທຸກຄົນປະຕິບັດຕາມ, ຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງສຸດໃຈ.