ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​​ວົງແຄບ​ຢູ່ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽ​ນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ອາຊຽນ ຕ້ອງປັບປຸງຄວາມສາມັກຄີ ແລະ ເປັນເອກະພາບ, ຍົກສູງຈິດໃຈເອກະລາດ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຢ່າງແຮງບົດບາດໃຈກາງ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​​ວົງແຄບ​ຢູ່ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽ​ນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມວົງແຄບ (ພາບ: chinhphu.vn)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ໄດ້ດຳເນີນຢູ່ເທດສະບານ Labuan Bajo ຂອງ Indonesia, ຕອນເຊົ້າວັນທີ 11 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບການນຳບັນດາປະເທດ ໄດ້ເຂົ້າຮ່ວມກອງປະຊຸມວົງແຄບ ເພື່ອແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ອາຊຽນ ຕ້ອງປັບປຸງຄວາມສາມັກຄີ ແລະ ເປັນເອກະພາບ, ຍົກສູງຈິດໃຈເອກະລາດ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຢ່າງແຮງບົດບາດໃຈກາງ, ຮັກສາຄວາມດຸ່ນດ່ຽງຍຸດທະສາດໃນການພົວພັນກັບບັນດາຄູ່ຮ່ວມມື, ສ້າງ ແລະ ຊຸກຍູ້ວັດທະນະທຳ ສົນທະນາ, ຮ່ວມມືປຶກສາຫາລື, ສ້າງຄວາມໄວ້ເນື້ອເຊື່ອໃຈ. ອາຊຽນ ຕ້ອງຮັກສາຫຼັກໝັ້ນ, ຫຼັກການໃນບັນດາບັນຫາທີ່ກ່ຽວຂ້ອງໂດຍກົງ ເຖິງສະພາບແວດລ້ອມແຫ່ງຄວາມໝັ້ນຄົງໃນການພັດທະນາທີ່ໄດ້ລະບຸໄວ້ໃນເອກະສານພື້ນຖານ.

ໂດຍຢັ້ງຢືນຄືນໃໝ່ຫຼັກໝັ້ນ, ຫຼັກການຂອງ ອາຊຽນ ກ່ຽວກັບບັນດາບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງການປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ທັງແມ່ນຜົນປະໂຫຍດ, ທັງແມ່ນຄວາມຮັບຜິດຊອບຂອງທຸກປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ