ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ ລົງ​ມືກໍ່​ສ້າງບາງ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ​ຢູ່ ຮຶງ​ອຽນ

(VOVWORLD) -ບັນດາໂຄງການໄດ້ເລີ່ມລົງມືກໍ່ສ້າງລວມມີ ໂຄງການຍົກລະດັບ, ຂະຫຍາຍເສັ້ນທາງລະຫວ່າງນະຄອນ ຮ່າໂນ້ຍ - ຮຶງອຽນ ແກ່ຍາວ ແລະ ໂຄງການເສັ້ນທາງເຊື່ອມຕໍ່ເສັ້ນທາງດ່ວນ ຮ່າໂນ້ຍ - ຫ໋າຍຝ່ອງ ກັບເສັ້ນທາງດ່ວນ ເກົ່າແຢ໊ - ນິງບິ່ງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ ລົງ​ມືກໍ່​ສ້າງບາງ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ​ຢູ່ ຮຶງ​ອຽນ - ảnh 1ບັນດາຜູ້ແທນ ແລະ ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການ (ພາບ: VGP)

ຕອນເຊົ້າວັນທີ 23 ທັນວາ, ຢູ່ຮຶງອຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີລົງມືກໍ່ສ້າງ 2 ກິດຈະກຳກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມຈຸດສຸມຂອງແຂວງ, ເຊື່ອມຕໍ່ການພັດທະນາເສດຖະກິດ - ສັງຄົມຢູ່ແຂວງ ຮຶງອຽນ ກັບນະຄອນຫຼວງ ແລະ ເຂດເສດະກິດຈຸດສຸມທາງພາກເໜືອ. ບັນດາໂຄງການນີ້ ສວມບົດບາດສຳຄັນເພື່ອໃຫ້ ຮຶງອຽນເພິ່ງຕົນເອງ ພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

ບັນດາໂຄງການໄດ້ເລີ່ມລົງມືກໍ່ສ້າງລວມມີ ໂຄງການຍົກລະດັບ, ຂະຫຍາຍເສັ້ນທາງລະຫວ່າງນະຄອນ ຮ່າໂນ້ຍ - ຮຶງອຽນ ແກ່ຍາວ ແລະ ໂຄງການເສັ້ນທາງເຊື່ອມຕໍ່ເສັ້ນທາງດ່ວນ ຮ່າໂນ້ຍ - ຫ໋າຍຝ່ອງ ກັບເສັ້ນທາງດ່ວນ ເກົ່າແຢ໊ - ນິງບິ່ງ.

ການລົງທຶນກໍ່ສ້າງ 2 ເສັ້ນທາງນີ້ແມ່ນເພື່ອແນໃສ່ກໍ່ສ້າງສຳເລັດໂຄງປະກອບພື້ນຖານໂຄງລ່າງຄົມມະນາຄົມ ຂົນສົ່ງທີ່ຈຳເປັນຂອງແຂວງ ຮຶງອຽນເວົ້າສະເພາະ ແລະ ຂອງເຂດເວົ້າລວມ ຕາມທິດທັນສະໄໝ, ຮັບໃຊ້ໃຫ້ແກ່ການຂົນສົ່ງສິນຄ້າ ແລະ ການເດີນທາງໄປມາຂອງປະຊາຊົນໃຫ້ເປັນຢ່າງດີ, ປະກອບສ່ວນຍູ້ແຮງການດຶງດູດການລົງທຶນ, ພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະ ບັນດາເຂດໃກ້ຄຽງ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບ ຂອງບັນດາອົງການ ທີ່ເຂົ້າຮ່ວມການຜັນຂະຫຍາຍບັນດາໂຄງການນີ້. ອຳນາດການປົກຄອງທຸກຂັ້ນຕ້ອງປະຕິບັດບົດບາດໜ້າທີ່ໃນການຄຸ້ມຄອງລັດ ຢ່າງເຂັ້ມງວດ, ມີປະສິດທິຜົນ ໃນທຸກຂັ້ນຕອນຂອງໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ