ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ໂຄງ​ການ​ເສ​ັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ເໜືອ - ໃຕ້

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໂຄງການເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້ ແລະ ບັນດາໂຄງການເສັ້ນທາງລົດໄຟຄວາມໄວສູງ ເຊື່ອມຕໍ່ກັບ ຈີນ ມີຄວາມໝາຍສຳຄັນຕໍ່ການພັດທະນາປະເທດຊາດ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ໂຄງ​ການ​ເສ​ັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ເໜືອ - ໃຕ້ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບໂຄງການເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້ (ພາບ: VOV)

ຕອນເຊົ້າວັນທີ 5 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບ ບັນດາໂຄງການ, ກິດຈະກຳສຳຄັນແຫ່ງຊາດ, ຈຸດສຸມຂະແໜງຄົມມະນາຄົມຂົນສົ່ງ ເປັນປະທານກອງປະຊຸມນັດສາມັນ ລັດຖະບານ ກັບບັນດາກະຊວງ, ຂະແໜງກ່ຽວກັບແຜນນະໂຍບາຍລົງທຶນໂຄງການເສັ້ນທາງລົດໄຟຄວາມໄວສູງ ຕອນເໜືອ - ໃຕ້ ແລະ ສະພາບຜັນຂະຫຍາຍບັນດາໂຄງການເສັ້ນທາງລົດໄຟຄວາມໄວສູງເຊື່ອມຕໍ່ກັບ ຈີນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໂຄງການເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້ ແລະ ບັນດາໂຄງການເສັ້ນທາງລົດໄຟຄວາມໄວສູງ ເຊື່ອມຕໍ່ກັບ ຈີນ ມີຄວາມໝາຍສຳຄັນຕໍ່ການພັດທະນາປະເທດຊາດ. ຢູ່ກອງປະຊຸມຄັ້ງທີ 10 ຄະນະບໍລິຫານສູນກາງພັກຊຸດທີ XIII (18 – 20/9/2024), ທາງສູນກາງ ໄດ້ເຫັນດີເປັນເອກະພາບຕໍ່ແຜນນະໂຍບາຍລົງທຶນໂຄງການເສັ້ນທາງລົດໄຟຄວາມໄວສູງຕອນເໜືອ - ໃຕ້, ດ້ວຍທັດສະນະ “ປຶກສາຫາເຮັດ, ບໍ່ປຶກສາຫາລືຖອຍ”, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສຸມໃສ່ພູມປັນຍາ, ວັນເວລາ, ເຫື່ອແຮງກໍ່ສ້າງໂຄງການສືບຕໍ່ຍື່ນສະເໜີຕໍ່ສູນກາງ, ສະພາແຫ່ງຊາດ, ພິເສດແມ່ນໃນການຄົ້ນຄ້ວາ, ຂໍ້ສະເໜີເພື່ອລະດົມແຫຼ່ງກຳລັງ ແລະ ເງື່ອນໄຂຈຳເປັນຕ່າງໆເພື່ອຜັນຂະຫຍາຍໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ