ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍ

(VOVWORLD) - ນີ້ແມ່ນກອງປະຊຸມຄັ້ງທີ 2 ໃນປີນີ້ຂອງລັດຖະບານກ່ຽວກັບການສ້າງກົດໝາຍ, ສ້າງລະບອບລະບຽບການໃຫ້ສົມບູນແບບ, ແກ້ໄຂສິ່ງຄົງຄ້າງ...
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດບານຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ
(ພາບ:VGP/Nhật Bắc)

ຕອນເຊົ້າວັນທີ 23 ກຸມພາ, ທີ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ດຳເນີນກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສ້າງກົດໝາຍເດືອນກຸມພາ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ນີ້ແມ່ນກອງປະຊຸມຄັ້ງທີ 2 ໃນປີນີ້ຂອງລັດຖະບານກ່ຽວກັບການສ້າງກົດໝາຍ, ສ້າງລະບອບລະບຽບການໃຫ້ສົມບູນແບບ, ແກ້ໄຂສິ່ງຄົງຄ້າງ, ສ້າງກອບນິຕິກຳໃຫ້ແກ່ການພັດທະນາ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ເພື່ອປະຕິບັດ ບັນດາເປົ້າໝາຍໜ້າທີ່ຂອງປີໄດ້ຢ່າງມີໄຊ, ຮຽກຮ້ອງຕ້ອງເປັນເຈົ້າການ, ຕັ້ງໜ້າປະຕິບັດໜ້າທີ່ສ້າງ ແລະ ປັບປຸງລະບຽບການໃຫ້ສົມບູນແບບ, ສ້າງກົດໝາຍທັງຮັບປະກັນຄວາມຄືບໜ້າ, ທັງຮັບປະກັນຄຸນນະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ