ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ແທັງ​ຮວາ ຕ້ອງ​ມີ​ກົນ​ໄກສະ​ດວກ, ພື້ນ​ຖານ​ໂຄງ​ລ່າງ​ລຸ​ລ່ວງ, ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ສະຫຼາດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນ, ເຊີດຊູບັນດາຄວາມມານະພະຍາຍາມ ແລະ ໝາກຜົນອັນພົ້ນເດັ່ນ, ຮ້ອບດ້ານ ໃນທຸກຂົງເຂດ ເຊິ່ງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນແຂວງ ແທັງຮວາ ບັນລຸໄດ້, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງທົ່ວປະເທດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ແທັງ​ຮວາ ຕ້ອງ​ມີ​ກົນ​ໄກສະ​ດວກ, ພື້ນ​ຖານ​ໂຄງ​ລ່າງ​ລຸ​ລ່ວງ, ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ສະຫຼາດ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ໃນການເດີນທາງໄປປະຕິບັດງານຢູ່ແຂວງ ແທັງຮວາ, ຕອນບ່າຍວັນທີ 11 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄດ້ມີການເຮັດວຽກ ກັບຄະນະປະຈຳ ຄະນະພັກແຂວງ ແທັງຮວາ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ແລະ ແກ້ໄຂບັນດາຂໍ້ສະເໜີຂອງແຂວງ, ເພື່ອແນໃສ່ຊຸກຍູ້ ແທັງຮວາພັດທະນາໂດຍໄວ ແລະ ຍືນຍົງ.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນ, ເຊີດຊູບັນດາຄວາມມານະພະຍາຍາມ ແລະ ໝາກຜົນອັນພົ້ນເດັ່ນ, ຮ້ອບດ້ານ ໃນທຸກຂົງເຂດ ເຊິ່ງຄະນະພັກ, ອຳນາດການປົກຄອງ, ກອງທັບ ແລະ ປະຊາຊົນແຂວງ ແທັງຮວາ ບັນລຸໄດ້, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ກໍ່ໃສ່ໃຈບາງໜ້າທີ່, ວິທີການແກ້ໄຂຈຸດສຸມໃນໄລຍະຈະມາເຖິງ ເພື່ອຊຸກຍູ້ການພັດທະນາແຂວງ ແທັງຮວາໂດຍໄວ, ຍືນຍົງ, ກວມລວມ ແລະ ຮອບດ້ານ.

ຕາມນັ້ນແລ້ວ, ທາງແຂວງ ໄດ້ສຸມໃສ່ຜັນຂະຫຍາຍການວາງແຜນຜັງແຂວງແທັງຮວາໄລຍະ 2021 – 2030, ວິໄສທັດຮອດປີ 2045 ຢ່າງມີປະສິດທິຜົນ, ເອົາໃຈໃສ່ເປັນພິເສດເຖິງການລົງທຶນພັດທະນາໂຄງປະກອບພື້ນຖານໂຄງລ່າງເສດຖະກິດສັງຄົມ ແລະ ບັນດາໂຄງການຈຸດສຸມໃນບໍລິເວນແຂວງ, ສ້າງ, ຄຸ້ມຄອງບັນດາເຂດອຸດສາຫະກຳ, ເຂດອຸດສາຫະກຳສີຂຽວ, ສືບຕໍ່ພັດທະນາການຜະລິດອຸດສາຫະກຳຕາມລວງເລິກ, ຄ່ອຍໆສ້າງຫຼາຍຜະລິດຕະພັນທີ່ມີເຄື່ອງໝາຍ, ມີກຳລັງໃນການແກ້ງແຍງໃນຕະຫຼາດ ແລະ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ