ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບປະທານກຸ່ມບໍລິສັດພະລັງງານ Super Energy ຂອງໄທ
(VOVWORLD) - ຕອນບ່າຍວັນທີ 13 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Jormsup Lochaya, ປະທານກຸ່ມບໍລິສັດພະລັງງານ Super Energy ຂອງໄທ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Jormsup Lochaya, ປະທານກຸ່ມບໍລິສັດພະລັງງານ Super Energy ຂອງໄທ (ພາບ: VGP) |
ທ່ານນາຍົກລັດຖະມົນຕີ ຕີລາຄາສູງການເຄື່ອນໄຫວລົງທຶນດຳເນີນທຸລະກິດທີ່ມີປະສິດທິຜົນຂອງ Super Energy, ພິເສດຕໍ່ບັນດາໂຄງການນຳໃຊ້ພະລັງງານສະອາດ, ພະລັງງານຜະລິດຄືນໃໝ່ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ກໍ່ສະແດງຄວາມຊົມເຊີຍຕໍ່ເລື່ອງ ກຸ່ມບໍລິສັດມີຄວາມຕ້ອງການລົງທຶນເຂົ້າຕະຫຼາດ hydro ຢູ່ ຫວຽດນາມ, ກໍ່ຄືມີຄວາມເອົາໃຈໃສ່ຕໍ່ການລົງທຶນເຂົ້າບັນດາໂຄງການໃນຂົງເຂດຜະລິດໄຟຟ້າຈາກຂີ້ເຫຍື້ອ, ເຂດອຸດສາຫະກຳປຸງແຕ່ງອາຫານ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງຈາກຝ່າຍຫວຽດນາມ ຈະໜູນຊ່ວຍກຸ່ມບໍລິສັດ ໃນການຊອກຫາຂໍ້ມູນຂ່າວສານ, ຄົ້ນຄ້ວາຄວາມເປັນໄປໄດ້, ຊອກຫາກາລະໂອກາດລົງທຶນກໍ່ຄືແນະນຳການປະຕິບັດຕາມບັນດາຂໍ້ກຳນົດຂອງກົດໝາຍເພື່ອຜັນຂະຫຍາຍບັນດາໂຄງການຢ່າງລະອຽດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນ ຫວຽດນາມ ຍາມໃດກໍ່ຈະຕ້ອນຮັບ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນຕ່າງປະເທດ, ໃນນັ້ນມີນັກລົງທຶນໄທ ມາດຳເນີນທຸລະກິດຢູ່ ຫວຽດນາມ ບົນຈິດໃຈ “ຜົນປະໂຫຍດກົມກຽວ, ແບ່ງປັນຄວາມສ່ຽງ” ລະຫວ່າງລັດ, ປະຊາຊົນ ແລະ ວິສາຫະກິດ.
ທີ່ການພົບປະ, ທ່ານ Jormsup Lochaya ປະທານກຸ່ມບໍບິສັດພະລັງງານ Super Energy, ໄດ້ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຂອງ ຫວຽດນາມ ໃນຂົງເຂດພະລັງງານທົດແທນ, ໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ. ທ່ານຢັ້ງຢືນຄຳໝັ້ນສັນຍາລົງທຶນຍາວນານຂອງ ກຸ່ມບໍລິສັດເພື່ອແນໃສ່ປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ວິວັດການພັດທະນາເສດຖະກິດ ສັງຄົມຂອງ ຫວຽດນາມ.