ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການລົງ​ທຶນ, ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ມາ​ເລ​ເຊຍ

(VOVWORLD) - ດ້ວຍຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດທີ່ໃຫຍ່ຫຼວງ, ເປົ້າໝາຍນຳວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USD ໃນຊຸມປີຕໍ່ໄປແມ່ນມີຄວາມເປັນໄປໄດ້ສູງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການລົງ​ທຶນ, ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ມາ​ເລ​ເຊຍ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Zafrul Abdul Aziz ລັດຖະມົນຕີກະຊວງລົງທຶນ, ການຄ້າ ແລະ ອຸດສາຫະກຳ ມາເລເຊຍ (ພາບ:  VOV)

ຕອນບ່າຍວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Zafrul Abdul Aziz ລັດຖະມົນຕີກະຊວງລົງທຶນ, ການຄ້າ ແລະ ອຸດສາຫະກຳ ມາເລເຊຍ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ມາເລເຊຍ ແມ່ນຄູ່ຮ່ວມມືສຳຄັນຂອງ ຫວຽດນາມ, ເປັນຕົ້ນກ່ຽວກັບການຄ້າ, ການລົງທຶນ.

ທ່ານນາຍົກລັດຖະມົນຕີ ຖືວ່າ ດ້ວຍຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດທີ່ໃຫຍ່ຫຼວງ, ເປົ້າໝາຍນຳວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USD ໃນຊຸມປີຕໍ່ໄປແມ່ນມີຄວາມເປັນໄປໄດ້ສູງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສອງຝ່າຍຄວນສືບຕໍ່ເສີມຂະຫຍາຍບັນດາກົນໄກທີ່ມີລັກສະນະໜູນຊ່ວຍກັນຂອງສອງພື້ນຖານເສດຖະກິດ, ຄົ້ນຄ້ວາຊອກຫາມາດຕະການແກ້ໄຂທີ່ມີລັກສະນະບຸກທະລຸ ໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດກໍ່ຄືເຂົ້າຮ່ວມລະບົບຮ່ວມສຳພັນ, ສະໜອງທົ່ວໂລກ. ທ່ານນາຍົກລັດຖະມົນຕີ ສະເໜີຝ່າຍ ມາເລເຊຍ ສ້າງເງື່ອນໄຂສະດວກກ່ວາໃຫ້ແກ່ສິນຄ້າ ຫວຽດນາມ ແຊກຊຶມເຂົ້າຕະຫຼາດມາເລເຊຍໄດ້ດີກ່ວາ; ຮ່ວມມື, ໜູນຊ່ວຍຫວຽດນາມ ພັດທະນາຂະແໜງອຸດສາຫະກຳ Halal ແລະ ຊຸກຍູ້ວິສາຫະກິດ ມາເລເຊຍ ມາລົງທຶນເຂົ້າ ຫວຽດນາມ ໃນຂົງເຂດນີ້.

ສ່ວນທ່ານລັດຖະມົນຕີ Zafrul Abdul Aziz ໃຫ້ຮູ້ວ່າ ມາເລເຊຍ ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງບັນດາວິສາຫະກິດ, ການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃຫ້ມີການພັດທະນາຢ່າງແຮງກ່ວາອີກ, ພິເສດແມ່ນ ອຸດສາຫະກຳ Halal, ຂົງເຂດຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພັດທະນາໄຟຟ້າແຮງລົງ, ນະວັດຕະກຳ, ປັນຍາປະດິດ.

ຕອບກັບ

ຂ່າວ/ບົດ​ອື່ນ