ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປສຳຫລວດບາງກິດຈະກຳຈຸດສຸມຢູ່ ຟູອຽນ
(VOVWORLD) -ຕອນເຊົ້າວັນທີ 8 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານ ໄດ້ລົງສຳຫລວດບາງກິດຈະກຳ, ໂຄງການຢູ່ບໍລິເວນແຂວງ ຟູອຽນ ແລະ ເສັ້ນທາງຄວາມໄວສູງ ເຫນືອ - ໃຕ້ ຕອນຜ່ານແຂວງ ຟູອຽນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄປສຳຫລວດບາງກິດຈະກຳຈຸດສຸມຢູ່ ຟູອຽນ. (ພາບ:VGP/Nhật Bắc) |
ທ່ານນາຍົກລັດຖະມົນຕີ ສະເຫນີ ແຂວງ ຟູອຽນ ສົມທົບກັບບັນດາກະຊວງ, ຂະແຫນງການ ຜັນຂະຫຍາຍການພັດທະນາເຂດຕາມການວາງແຜນຜັງທີ່ໄດ້ຮັບການເຊັນອະນຸມັດ ພ້ອມທັງຄົ້ນຄ້ວາພັດທະນາບັນດາຂະແຫນງ, ຂົງເຂດ ຕາມທິດນຳໃຊ້ເຕັກໂນໂລຊີສູງ, ເຕັກໂນໂລຊີຂຽວເປັນມິດກັບສິ່ງແວດລ້ອມ. ພິເສດ ພັດທະນາບັນດາຂະແຫນງຕ້ອງມີຄວາມກົມກຽວ, ມີນະໂຍບາຍດຶງດູດການລົງທຶນ ເປັນຕົ້ນແມ່ນລະດົມບັນດາແຫລ່ງກຳລັງຕາມວິທີການຮ່ວມມື ພາກລັດ ແລະ ເອກະຊົນ ເພື່ອພັດທະນາເຂດໃຫ້ກາຍເປັນບັນດາກຳລັງຫນູນເຕີບໂຕຂອງແຂວງ ແລະ ຂອງເຂດ.