ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ແຂວງ ກາວບັ່ງ ພັດທະນາເສດຖະກິດດ່ານຊາຍແດນ, ທ່ອງທ່ຽວ

(VOVWORLD) -ວັນທີ 15 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຮັດວຽກກັບການນຳແຂວງ ກາວບັ່ງ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ປີ 2021 ແລະ ທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ແຂວງ ກາວບັ່ງ ພັດທະນາເສດຖະກິດດ່ານຊາຍແດນ, ທ່ອງທ່ຽວ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຮັດວຽກກັບການນຳແຂວງ ກາວບັ່ງ
(ພາບ: TTXVN)

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ແຂວງ ກາວບັ່ງ ຈົ່ງສຸມໃສ່ສ້າງບັນດາການວາງແຜນໃນບໍລິເວນແຂວງສຳເລັດ; ພ້ອມທັງໂຮມເຂົ້າການວາງແຜນລວມຂອງທົ່ວປະເທດ, ໃນນັ້ນ, ຄົ້ນຄວ້າພັດທະນາເສດຖະກິດດ່ານຊາຍແດນ, ທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີສະເໜີແຂວງ ກາວບັ່ງ ສືບຕໍ່ສຸມໃສ່ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມອບຈຳນວນເງິນ 5 ຕື້ດົ່ງເພື່ອສະໜັບສະໜູນແຂວງ ກາວບັ່ງ ກໍ່ສ້າງເຮືອນແຫ່ງມະຫາສາມັກຄີ ມອບໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກທີ່ຍັງປະສົບກັບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ