ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມ ແລະ ພິທີໄຂງານວາງສະແດງໂລກດີຈີຕອນ

(VOVWORLD) -ລັດຖະບານຫວຽດນາມ ຖືພື້ນຖານໂຄງລ່າງດີຈີຕອນ, ໂຄງລ່າງຂໍ້ມູນ, ພື້ນຖານດີຈີຕອນລະດັບຊາດແມ່ນປັດໃຈແກ່ນສານ ແລະ ພວມມານະພະຍາຍາມເພີ່ມຄວາມໄວໃນຂັ້ນຕອນການຫັນເປັນດີຈີຕອນລະດັບຊາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມ ແລະ ພິທີໄຂງານວາງສະແດງໂລກດີຈີຕອນ - ảnh 1(ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ງານວາງສະແດງ)

ຕອນຄ່ຳວັນທີ 12 ຕຸລາ, ຢູ່ສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມແບບທາງໄກຂັ້ນລັດຖະມົນຕີ ແລະ ພິທີໄຂງານວາງສະແດງໂລກດີຈີຕອນ 2021 ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ສົມທົບກັບສະຫະພັນໂທລະຄົມມະນາຄົມສາກົນ (ITU) ຈັດຕັ້ງຂຶ້ນໃນລະຫວ່າງວັນທີ 12 ຕຸລາ ຫາວັນທີ 14 ຕຸລາ.

        ກ່າວຄຳເຫັນໄຂງານວາງສະແດງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ລັດຖະບານຫວຽດນາມ ຖືພື້ນຖານໂຄງລ່າງດີຈີຕອນ, ໂຄງລ່າງຂໍ້ມູນ, ພື້ນຖານດີຈີຕອນລະດັບຊາດແມ່ນປັດໃຈແກ່ນສານ ແລະ ພວມມານະພະຍາຍາມເພີ່ມຄວາມໄວໃນຂັ້ນຕອນການຫັນເປັນດີຈີຕອນລະດັບຊາດ. ໃນນັ້ນ, ລັດຖະບານ ຍາມໃດກໍ່ເຊື່ອໝັ້ນວ່າ ກຳລັງວິສາຫະກິດອຸດສາຫະກຳດີຈີຕອນ ຫວຽດນາມ ຈະສວມບົດບາດສຳຄັນຕໍ່ເລື່ອງຜັນຂະຫຍາຍວິວັດທະນາການດັ່ງກ່າວສຳເລັດ, ເພື່ອໃຫ້ເສດຖະກິດດີຈີຕອນ ຫວຽດນາມ ກວມເອົາອັດຕາ GDP ແຫ່ງຊາດສູງກວ່າ 20% ໃນປີ 2025 ແລະ 30% ໃນປີ 2030.

        ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີໂລກດີຕີຕອນ 2021 ດ້ວຍຫົວຂໍ້ “ພ້ອມກັນສ້າງໂລກດີຈີຕອນ”.

ຕອບກັບ

ຂ່າວ/ບົດ​ອື່ນ