ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໂອ້ລົມສົນທະນາ ກັບບັນດາວິສາຫະກິດດ້ານພື້ນຖານໂຄງລ່າງ ແລະ ການເງິນ ຍີ່ປຸ່ນ

(VOVWORLD) - ວັນທີ 09 ຕຸລາ, ໂດຍສືບຕໍ່ການເຄື່ອນໄຫວຢູ່ ນອກຮອບກອງປະຊຸມສຸດຍອດແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 10 ແລະ ການຢ້ຽມຢາມ ຍີ່ປຸ່ນ, 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໂອ້ລົມສົນທະນາ ກັບບັນດາວິສາຫະກິດດ້ານພື້ນຖານໂຄງລ່າງ ແລະ ການເງິນ ຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໂອ້ລົມສົນທະນາກັບບັນດາວິສາຫະກິດອະສັງຫາລິມະຊັບ ຍີ່ປຸ່ນ ພາບ: VGP

ພາຍຫຼັງເຂົ້າຮ່ວມເວທີປາໄສສົ່ງເສີມການລົງທຶນແມ່ນນຳຂອງ - ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດ ດ້ານພື້ນຖານໂຄງລ່າງແຖວໜ້າຂອງຍີ່ປຸ່ນ ແລະ ບັນດາກຸ່ມບໍລິສັດການເງິນໃຫຍ່ ຍີ່ປຸ່ນ.

ທີ່ການໂອ້ລົມສົນທະນາກ່ຽວກັບຫົວຂໍ້ການລົງທຶນໃນຂົງເຂດອະສັງຫາລິມະຊັບ ແລະ ດ້ານພື້ນຖານໂຄງລ່າງຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໃຫ້ຮູ້ວ່າ ລັດຖະບານຫວຽດນາມ ຈະສ້າງເງື່ອນໄຂດີທີ່ສຸດກ່ຽວກັບດ້ານນະໂຍບາຍ, ໃນນັ້ນ ຈະປະກາດໃຊ້ກົດໝາຍວ່າດ້ວຍການລົງທຶນຕາມຮູບການພາກລັດ - ເອກະຊົນ ແລະ ສ້າງເງື່ອນໄຂກ່ຽວກັບສິນເຊື່ອ ການເງິນໃຫ້ບັນດາວິສາຫະກິດທີ່ລົງທຶນໃນຂົງເຂດນີ້, ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ ຕໍ່ບັນດາວິສາຫະກິດ ຍີ່ປຸ່ນ ໃຫ້ບຸລິມະສິດໃນການລົງທຶນ ດ້ານອະສັງຫາລິມະຊັບໄປຄຽງຄູ່ກັບການພັດທະນາພື້ນຖານໂຄງລ່າງ; ເອົາໃຈໃສ່ລົງທຶນພັດທະນາເຮືອນ ໃຫ້ກຳມະກອນ ແລະ ຄົນທຸກຍາກ.

ເຂົ້າຮ່ວມການໂອ້ລົມສົນທະນາ ກັບບັນດາວິສາຫະກິດການເງິນໃຫຍ່ຂອງ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດຍີ່ປຸ່ນ ກາຍເປັນຄູ່ຮ່ວມມືຍຸດທະສາດໃນວິວັດການສ້າງໂຄງປະກອບ ລັດວິສາຫະກິດແຫ່ງລັດຄືນໃໝ່, ສ້າງບັນດາວິສາຫະກິດ ໃຫ້ມີຄວາມສາມາດແກ່ງແຍ້ງໃນທົ່ວໂລກ; ເຂົ້າຮ່ວມວິວັດທະນາການປະຕິຮູບ, ຫັນລະບົບການເງິນ ແລະ ທະນາຄານຂອງ ຫວຽດນາມ ເປັນທັນສະໄໝ.

ຕອບກັບ

ຂ່າວ/ບົດ​ອື່ນ