ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ: VASEAN ແມ່ນ​ຂົວ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງບັນ​ດາ​ປະ​ເທດ ອາ​ຊຽນ

(VOVWORLD) - ຕອນບ່າຍວັນທີ 18 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບ ສະມາຄົມພັດທະນາການຮ່ວມມືທາງດ້ານເສດຖະກິດ ຫວຽດນາມ - ອາຊຽນ (VASEAN).
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ: VASEAN ແມ່ນ​ຂົວ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງບັນ​ດາ​ປະ​ເທດ ອາ​ຊຽນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: vov.vn)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກໃນສະພາບການເກີດໂລກລະບາດໂຄວິດ - 19 ຂອງ ບັນດາວິສາຫະກິດ. ພ້ອມທັງຢັ້ງຢືນວ່າ ຍາມໃດ ພັກ, ລັດ ຫວຽດນາມ ກໍ່ສ້າງເງື່ອນໄຂໃຫ້ແກ່ປະຊາຊົນ, ວິສາຫະກິດພັດທະນາ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນ ແລະ ວິສາຫະກິດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍສະເໜີໃຫ້ບັນດາວິສາຫະກິດ ຈົ່ງດຳເນີນທຸລະກິດໃຫ້ຖືກຕ້ອງຕາມກົດໝາຍ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ທ່ານຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ, ອາຊຽນ ແມ່ນຄູ່ຮ່ວມມືທີ່ສຳຄັນທີ່ສຸດຂອງ ຫວຽດນາມ ໃນທຸກດ້ານ, ໃນນັ້ນ ເສດຖະກິດ ແມ່ນຂົງເຂດຮ່ວມມືທີ່ໄດ້ຮັບບຸລິມະສິດແຖວໜ້າ. ດັ່ງນັ້ນ, ບັນດາວິສາຫະກິດ ຄວນສຶກສາຕະຫຼາດໃຫ້ລະອຽດ, ມີວິທີການດຳເນີນທຸລະກິດຢ່າງມີປະສິດທິຜົນ, ໜັກແໜ້ນ ແລະ ຍືນຍົງກວ່າອີກ.   

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍປາດຖະໜາວ່າ ບັນດາວິສາຫະກິດເວົ້າລວມ, ບັນດາສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນ ເວົ້າສະເພາະ ຈະມີຄວາມເອົາໃຈໃສ່ເປັນພິເສດເຖິງການພັດທະນາຂຽວ, ດຳເນີນທຸລະກິດຢ່າງຊື່ກົງບໍລິສຸດ, ປົກປັກຮັກສາສິ່ງແວດລ້ອມ; ຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້. 

ຕອບກັບ

ຂ່າວ/ບົດ​ອື່ນ