ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາຜູ້ສ້າງຕັ້ງບໍລິສັດ Gulf Energy, ໄທ

(VOVWORLD) -ຕອນບ່າຍວັນທີ 14 ສິງຫາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Sarath Ratanavadi, ຜູ້ສ້າງຕັ້ງພ້ອມທັງເປັນຜູ້ອໍານວຍການບໍລິສັດ Gulf Energy  Development ຂອງໄທ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບບັນດາຜູ້ສ້າງຕັ້ງບໍລິສັດ Gulf Energy, ໄທ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານ Sarath Ratanavadi ຜູ້ອໍານວຍການບໍລິສັດ Gulf Energy  Development ຂອງໄທ.  

(ພາບ:chinhphu.vn)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ດ້ວຍລະດັບການເຕີບໂຕເສດຖະກິດຄືໃນປັດຈຸບັນ, ຫວຽດນາມຈະຕ້ອງການມີແຫຼ່ງພະລັງງານອັນໃຫຍ່ຫຼວງໃນອະນາຄົດ. ດັ່ງນັ່່ນ, ຫວຽດນາມສົ່ງເສີມບັນດານັກລົງທຶນໃນຂົງເຂດພະລັງງານ, ໂດຍສະເພາະແມ່ນພະລັງງານຜະລິດຄືນໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍ ບໍລິສັດ Gulf Energy  Development ລົງທຶນເຂົ້າໃນຂົງເຂດພະລັງງານຜະລິດຄືນໃໝ່ຢູ່ຫວຽດນາມ ເປັນຕົ້ນແມ່ນ ໄຟຟ້າໃຊ້ພະລັງແສງອາທິດ. ພ້ອມທັງໃຫ້ຮູ້ວ່າ, ລັດຖະບານຫວຽດນາມ ບຸລິມະສິດບັນດາໂຄງການພະລັງງານໄຟຟ້າຜະລິດຄືນໃໝ່ ແຕ່ບໍ່ສົ່ງເສີມໄຟຟ້າໃຊ້ພະລັງຄວາມຮ້ອນຈາກຖ່ານຫີນ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ທາງບໍລິສັດຈະສຶກສາຄົ້ນຄວ້າ ແລະ ສືບຕໍ່ຍູ້ແຮງການລົງທຶນເຂົ້າໃນຂົງເຂດດັ່ງກ່າວຢູ່ຫວຽດນາມໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ