ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ Sunwah ຮົງກົງ
(VOVWORLD) - ຕອນບ່າຍວັນທີ 30 ມີນາ, ໃນຂອບເຂດກອງປະຊຸມສຸດຍອດ GMS-6, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Jonathan Choi, ປະທານກຸ່ມບໍລິສັດ Sunwah ຮົງກົງ(ຈີນ)
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ Jonathan Choi ປະທານກຸ່ມບໍລິສັດ Sunwah ຮົງກົງ (ພາບ:VOV)
|
ນະທີ່ນີ້, ທ່ານ Jonathan Choi ໄດ້ສະແດງຄວາມປາດຖະໜາຢາກລົງທຶນເຂົ້າໃນຂົງເຂດຜະລິດເຫຼັກກ້າຢູ່ຫວຽດນາມດ້ວຍເຕັກໂນໂລຢີທັນສະໄໝ, ເປັນມິດກັບສິ່ງແວດລ້ອມ ຫຼືຊຸກຍູ້ການຮ່ວມມືໃນຂົງເຂດການສຶກສາ, ພະລັງງານແສງຕາເວັນ ແລະ ການໂຄສະນາການທ່ອງທ່ຽວ.
ໂດຍມີການພົວພັນກັບວິສາຫະກິດຫຼາຍແຫ່ງຂອງຍີ່ປຸ່ນ, ທ່ານ Jonathan Choi ໃຫ້ຮູ້ວ່າ ຄາດວ່າຈະນຳ ວິສາຫະກິດຫຼາຍແຫ່ງຂອງຍີ່ປຸ່ນເຂົ້າມາຫວຽດນາມຜ່ານການສ້າງຕັ້ງກອງທຶນລົງທຶນ ດ້ວຍຈຳນວນທຶນເບື້ອງຕົ້ນແມ່ນ 200 ລ້ານ ໂດລາສະຫະລັດ.
ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກແລ້ວ, ກໍປາດຖະໜາວ່າ ກຸ່ມບໍລິສັດ Sunwah ຈະສືບຕໍ່ເປີດກວ້າງການລົງທຶນດຳເນີນທຸລະກິດເຂົ້າໃນຂົງເຂດທີ່ວິສາຫະກິດມີທ່າແຮງ ແລະ ໝູນໃຊ້ບັນດາເຕັກໂນໂລຢີ, ເຕັກນິກທີ່ກ້າວໜ້າເຂົ້າໃນໄລຍະປະຕິບັດໂຄງການ. ທ່ານນາຍົກລັດຖະມົນຕີຢັ້ງຢືນວ່າ ລັດຖະບານຫວຽດນາມຈະສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ກຸ່ມບໍລິສັດ Sunwah ເຄື່ອນໄຫວລົງທຶນ ແລະດຳເນີນທຸລະກິດຢູ່ຫວຽດນາມ.