ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານສະພາສູງສະຫະພັນ ລັດເຊຍ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບ
ທ່ານນາງ Valentina Ivanovna Matviyenko
(ພາບ: VGP)
(vovworld) - ວັນທີ 21/02 ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານນາງ Valentina Ivanovna Matviyenko ປະທານສະພາສູງສະຫະພັນ ລັດເຊຍ ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດ ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ 2 ຝ່າຍສືບຕໍ່ກົນໄກແລກປ່ຽນຄະນະຜູ້ແທນທຸກຂັ້ນ. ທ່ານນາຍົກລັດຖະມົນຕີຖືວ່າ: ເພື່ອສ້າງບາດກ້າວບຸກທະລຸ ແນໃສ່ບັນລຸຄາດໝາຍຍົກວົງເງິນການຄ້າ 2 ຝ່າຍຂຶ້ນເຖິງ 10 ຕື້ USD ໃນປີ 2020, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ຄວນສົມທົບກັນຢ່າງແໜ້ນແຟ້ນ, ຄົບຊຸດຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສຳພັນທະມິດເສດຖະກິດ ອາຊີ - ເອີລົບ ຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖື ລັດເຊຍ ແມ່ນຄູ່ຮ່ວມມືບຸລິມະສິດໃນການຮ່ວມມືດ້ານເຕັກນິກການທະຫານ ແລະ ປາດຖະໜາຢາກສືບຕໍ່ເພີ່ມທະວີການຮ່ວມມືກັບ ລັດເຊຍ ກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.
ສ່ວນທ່ານນາງ Valentina Ivanovna Matviyenko ປະທານສະພາສູງສະຫະພັນ ລັດເຊຍ ສະເໜີ 2 ຝ່າຍສືບຕໍ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍຢ່າງແຮງ ເພື່ອເສີມຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ. ນອກນັ້ນ 2 ປະເທດຄວນຮັກສາ ແລະ ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ. ທ່ານນາງ Matviyenko ຖືວ່າ: 2 ຝ່າຍຍູ້ແຮງການແລກປ່ຽນວັດທະນະທຳ, ການທູດປະຊາຊົນກ່ວາອີກ; ຫັນການຮ່ວມມືເສດຖະກິດການຄ້າເປັນຫລາຍຮູບຫລາຍແບບ ເພື່ອແນໃສ່ຂຸດຄົ້ນ ແລະ ນຳໃຊ້ສັນຍາການຄ້າເສລີ ຫວຽດນາມ - ສຳພັນທະມິດເສດຖະກິດ ອາຊີ - ເອີລົບ ໃຫ້ມີປະສິດທິຜົນ. ສະຫະພັນ ລັດເຊຍ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດກັ່ນຕອງນ້ຳມັນ, ອາຍແກັສແມ່ນທ່າແຮງຂອງ ລັດເຊຍ.