ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບສາດສະດາຈານ Thomas Vallely

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບສາດສະດາຈານ Thomas Vallely  - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຕ້ອນຮັບສາດສະດາຈານ Thomas Vallely


(vovworld) - ທີ່​ການ​ຕ້ອນຮັບ​ທ່ານ Thomas Vallely ສາດສະດາຈານ​ມະຫາວິທະຍາ​ໄລ Harvard ອາ​ເມ​ລິ​ກາ ​ໃນ​ຕອນ​ບ່າຍ​ວັນ​ທີ 10/01 ຢູ່​ສຳນັກງານ​ລັດຖະບານ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ​: ຫວຽດນາມ ຍາມ​ໃດ​ກໍ່​ມີ​ຄວາມ​ຕ້ອງການ​ຮ່ວມ​ມື​ດ້ານ​ການສຶກສາ​ກັບ ອາ​ເມ​ລິ​ກາ, ​ເຊິ່ງ​ແມ່ນປະ​ເທດ​ທີ່ມີ​ພື້ນຖານ​ການ​ສຶກສາກ້າວໜ້າ​ແຖວ​ໜ້າ​ໃນ​ໂລກ. ທ່ານ​ນາຍົກລັດຖະ​ມົນຕີ​ ຕີ​ລາຄາ​ວ່າ 2 ຝ່າຍ​ໄດ້​ມານະ​ພະຍາ​ຍາມ​ແກ້​ໄຂພື້ນຖານ​ກ່ຽວ​ກັບລະບຽບ​ການ​ດ້ານນິຕິ​ກຳ​ຂອງ​ມະຫາວິທະຍາ​ໄລ Fulbright ຫວຽດນາມ. ຫວຽດນາມ ສະໜັບສະໜູນ​​ເລື່ອງ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ມະຫາວິທະຍາ​ໄລ​ຕາມທຳນຽມ​ສາ​ກົນ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ວ່າ 2 ຝ່າຍ​ຄວນ​ມານະ​ພະຍາຍາມ, ອອກ​ເຫື່ອ​ເທ​ແຮງ ​ເພື່ອ​ກໍ່ສ້າງ​ພື້ນຖານ​ວັດຖຸ​ຂອງ​​ໂຮງຮຽນ​ໃຫ້​ເໝາະ​ສົມ; ບັນດາ​ສາດສະດາ​ຈານ, ຄູ​ອາຈານ​ຂອງ​ໂຮງຮຽນ​ຕ້ອງ​ແມ່ນ​ຜູ້ທີ່​ດີ​ເດັ່ນ, ລະດັບ​ສາກົນ, ​ເພື່ອ​ນຳ ມະຫາວິທະຍາ​ໄລ Fulbright ຫວຽດນາມ ກາຍ​ເປັນ​ມະຫາວິທະຍາ​ໄລ​ແບບຢ່າງ​ຢູ່ ຫວຽດນາມ ​ໃນ​ອະນາຄົດ, ປະກອບສ່ວນ​ຊຸກຍູ້​ຂະ​ບວນການ​ເລີ່​ມດຳ​ເນີນ​ອາ​ຊິ​ບ.

        ສ່ວນ​ທ່ານ​ສາດສະດາຈານ Thomas Vallely ປາດ​ຖະໜາ​ວ່າ: ລັດ​ຖະບານ ຫວຽດນາມ ໜູນ​ຊ່ວຍ​ດ້ານ​ກົນ​ໄກ​ນະ​ໂຍບາຍຢ່າງ​ຕັ້ງໜ້າ. ຝ່າຍ ອາ​ເມ​ລິ​ກາ ພວມ​ສຸມ​ໃສ່​ສ້າງ​ກົນ​ໄກ​ບໍລິຫານ, ກົງຈັກມະຫາວິທະຍາ​ໄລ Fulbright ຫວຽດນາມ ຕາມ​ຮູບ​ແບບທັນ​ສະ​ໄໝ​ທີ່​ສຸດ ຄື​ສ້າງຮູບ​​ແບບກ່ຽວ​ກັບ​ດ້ານ​ການ​ເງິນ ​ເພື່ອ​ລະດົມ​ແຫຼ່ງກຳລັງ, ​​ອອກ​ແບບ ​ແລະ ກໍ່ສ້າງ​ພື້ນຖານ​ດ້ານ​ວັດຖຸ​ໃຫ້​ເໝາະ​ສົມ​ກັບ​ຮູບ​​ແບບ​ຂອງ​ໂຮງຮຽນ; ປາດ​ຖະໜາ​ຢາກພັດທະນາ​ໂຮງຮຽນ​​ໃຫ້​ກາຍ​ເປັນ​ມະ​ຫາ​ວິທະຍາ​ໄລ​ແຖວ​ໜ້າ​ຢູ່​ພາກ​ພື້ນ ກໍ່​ຄື​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ