ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ຊູແອັດ ແລະ ຝຣັ່ງ

(VOVWORLD) - ຕອນບ່າຍວັນທີ 31 ມັງກອນ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຊູແອັດ Ann Mawe ທີ່ມາຮັບໜ້າທີ່ທາງການທູດຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ຊູແອັດ ແລະ ຝຣັ່ງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ຊູແອັດ (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢືນຢັນວ່າ: ຊູແອັດ ແມ່ນຄູ່ຮ່ວມມືສຳຄັນ ແລະ ໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ ໃນສະຫະພາບ ເອີຣົບ (ອີຢູ). ວົງເງິນການຄ້າ 2 ປະເທດເພີ່ມຂຶ້ນຢ່າງລຽນຕິດ ແລະ ບັນລຸໄດ້ 1,5 ຕື້ USD ໃນປີ 2018 , ໄລ່ຮອດທ້າຍເດືອນ ກັນຍາ 2019 ບັນລຸໄດ້ 1,2 ຕື້ USD. ປັດຈຸບັນ ຊູແອັດ ມີ 67 ໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຍອດເງິນລົງທຶນ 364 ລ້ານ USD. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ ໃນອາຍຸການນີ້, ທ່ານເອກອັກຄະລັດຖະທູດ ຊູແອັດ ຈະຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດຢ່າງແຮງກ່ວາອີກ.

        ສ່ວນທ່ານເອກອັກຄະລັດຖະທູດ ຊູແອັດ Ann Mawe ໄດ້ສະເໜີໃຫ້ 2 ປະເທດຊຸກຍູ້ການຮ່ວມມືໃນຂົງເຂດປ່ຽນແປງໃໝ່ປະດິດຄິດສ້າງ, ເຊິ່ງແມ່ນຂົງເຂດທີ່ ຊູແອັດ ມີທ່າແຮງ . ໄປຄຽງຄູ່ກັນນັ້ນ ແມ່ນຊຸກຍູ້ການຮ່ວມມືໃນຂົງເຂດການບິນ ແລະ ບາງຂົງເຂດອື່ນໆ.

        ແລະກໍ່ໃນຕອນບ່າຍວັນທີ 31 ມັງກອນ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ຫວຽດນາມ Nicolas Warnery.

ຕອບກັບ

ຂ່າວ/ບົດ​ອື່ນ