ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທິມຊາດບານເຕະຊາຍຫວຽດນາມ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະສັງສັນ ແລະ ຍ້ອງຍໍຊົມເຊີຍທິມຊາດບານເຕະຊາຍ ຫວຽດນາມ ພາຍຫຼັງຄ້ວາໄດ້ຂັນທີ່ການແຂ່ງຂັນ AFF Suzuki Cup 2018
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທິມຊາດບານເຕະຊາຍຫວຽດນາມ - ảnh 1

ຕອນບ່າຍວັນທີ 21 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະສັງສັນ ແລະ ຍ້ອງຍໍຊົມເຊີຍທິມຊາດບານເຕະຊາຍ ຫວຽດນາມ ພາຍຫຼັງຄ້ວາໄດ້ຂັນທີ່ການແຂ່ງຂັນ AFF Suzuki Cup 2018. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຄະນະຄູຝຶກ, ຫົວໜ້າຄູຝຶກ Park Hang Seo ແລະ ສະມາຊິກໃນທິມທຸກໆຄົນ ໄດ້ແຂ່ງຂັນຢ່າງສຸດຈິດສຸດໃຈ, ນຳມາເຊິ່ງໄຊຊະນະ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໃຫ້ຮູ້ຕື່ມອີກວ່າ ໃນຊຸມວັນທີ່ທິມແຂ່ງຂັນນັ້ນ, ພິເສດແມ່ນຮອບຊິງຊະນະເລີດ, ຢູ່ທົ່ວທຸກແຫ່ງໃນປະເທດ ຫວຽດນາມ ໄດ້ປົກຄຸມໄປດ້ວຍທຸງສີແດງດາວເຫຼືອງ, ເຕັມໄປດ້ວຍບັນຍາກາດ, ນ້ຳໃຈຄອງຄອຍໄຊຊະນະ. ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງນັກກິລາບານເຕະລຸ້ນນີ້ວ່າມີເຕັກນິກການຫຼິ້ນທີ່ດີ, ມີລັກສະນະອາຊີບສູງ ແລະ ແຂ່ງຂັນດ້ວຍຄວາມເຊື່ອໝັ້ນຕົນເອງ, ດ້ວຍຈັນຍາບັນ. ນີ້ແມ່ນເຫດການໃຫຍ່ ບໍ່ພຽງແຕ່ດຶງດູດຄວາມສົນໃຈຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງດຶງດູດຄວາມສົນໃຈຈາກສາກົນອີກດ້ວຍ. ຜົນງານທີ່ບັນລຸໄດ້ພາຍຫຼັງໄລຍະເວລາທີ່ລໍຄອຍ 10 ປີມານີ້ແມ່ນການປະກອບສ່ວນດ້ານຈິດໃຈອັນໃຫຍ່ຫຼວງທີ່ສຸດໃຫ້ແກ່ປະຊາຊົນ ຫວຽດນາມ ທຸກຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ