ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສົ່ງຈົດໝາຍເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ສົ່ງຈົດໝາຍເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແນໃສ່ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສືບຕໍ່ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວ, ຮຽງບ່າຮຽງໄຫຼ່ພ້ອມກັບປະເທດຊາດ ແລະ ປະຊາຊົນພາຍໃນປະເທດ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສົ່ງຈົດໝາຍເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ  (ພາບ: VGP) 

ເນື້ອໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ຫວຽດນາມ ພວມຄວບຄຸມໄດ້ສະພາບການຜັນແປຂອງພະຍາດໂຄວິດ-19, ບັນລຸໝາກຜົນຢ່າງຕັ້ງໜ້າໃນເບື້ອງຕົ້ນ ດ້ວຍ 50% ຈຳນວນຜູ້ຕິດເຊື້ອແມ່ນໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ພິເສດແມ່ນບໍ່ມີກໍລະນີໃດເສຍຊີວິດ, ໄດ້ຮັບການຕີລາຄາສູງຈາກອົງການອະນາໄມໂລກ ແລະ ປະຊາຄົມສາກົນ.

          ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບ, ຍົກສູງຈິດໃຈຮັກສາສຸຂະພາບຕົນເອງ, ຄອບຄົວ ແລະ ສັງຄົມ; ເດັດດ່ຽວປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ແລະ ບັນດາຂໍ້ກຳນົດຂອງປະເທດປະຈຳຖິ່ນ, ເປັນຕົ້ນແມ່ນການແຍກຫ່າງທາງສັງຄົມ, ຈຳກັດການເຄື່ອນຍ້າຍໄປມາ, ສະກັດກັ້ນການແຜ່ລະບາດຂອງໂລກພະຍາດ..

ຕອບກັບ

ຂ່າວ/ບົດ​ອື່ນ