ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດບັນດາການເຄື່ອນໄຫວກອງປະຊຸມ WEF ASEAN 2017

(VOVWORLD) -ຕອນຄ່ຳວັນທີ 12 ພຶດສະພາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າໄດ້ເດີນທາງອອກຈາກນະຄອນຫລວງ ພະນົມເປັນ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສິ້ນສຸດບັນດາການເຄື່ອນໄຫວກອງປະຊຸມ WEF ASEAN 2017 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ (ພາບ: TTXVN)

ສິ້ນສຸດບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມ WEF ASEAN ຄັ້ງທີ 26 ຢ່າງຈົບງາມ ດ້ວຍໝາກຜົນສຳຄັນ ແລະ ແທດຈິງຫລາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າ ເພື່ອໂຄສະນາ ພາບພົດ ຫວຽດນາມ ເຖິງປະຊາຄົມວິສາຫະກິດແຖວໜ້າໃນໂລກ ແລະ ພາກພື້ນ. ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ວາລະອັດກອງປະຊຸມ WEF ASEAN ແລະ ຮັບມອບໝາຍໜ້າທີ່ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ WEF ASEAN ປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບ WEF, ລັດຖະບານບັນດາປະເທດ ແລະ ປະຊາຄົມວິສາຫະກິດສາກົນ ຈັດຕັ້ງກອງປະຊຸມ WEF ASEAN ຢູ່ ຫວຽດນາມ ໃນປີ 2018 ຢ່າງສຳເລັດຜົນທີ່ຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ