ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມ
ກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງ ທ໋າຍບີງ
(vovworld) – ຕອນເຊົ້າວັນທີ 08/04 ທີ່ນະຄອນ ທ໋າຍບີງ ແຂວງ ທ໋າຍບີງ ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງ ທ໋າຍບີງ. ນີ້ແມ່ນໂອກາດ ເພື່ອໂຄສະນາເຜີຍແຜ່ຄວາມສາມາດບົ່ມຊ້ອນ, ທ່າແຮງໃນຂົງເຂດກະສິກຳ, ຊົນນະບົດ ເພື່ອແນໃສ່ດຶງດູດບັນດານັກລົງທຶນພາຍໃນ ແລະ ນອກແຂວງ ລົງທຶນເຂົ້າຂົງເຂດນີ້ຂອງແຂວງ ທ໋າຍບີງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍເລື່ອງບັນດານັກລົງທຶນເຂົ້າຮ່ວມກອງປະຊຸມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງກຳລັງແຮງທີ່ຊ້ອນແຝງໃນຂົງເຂດກະສິກຳຊົນນະບົດ ໃນນັ້ນ ມີນ້ຳໃຈຂອງນັກທຸລະກິດ ຫວຽດນາມ, ນ້ຳໃຈເລີ່ມທຸລະກິດ ແລະ ສິ່ງ ເປັນໜ້າຊົມຊື່ນນັ້ນແມ່ນ ວິສາຫະກິດ ແລະ ຊາວກະສີກອນໄດ້ເລີ່ມຮ່ວມມື, ເຊື່ອໝັ້ນຕໍ່ຄວາມຕັດສິນໃຈຂອງລັດຖະບານທີ່ ນຳກະສິກຳຊົນນະບົດກ້າວຂຶ້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ
“ພວກເຮົາຄວນນຳໃຊ້ຈິນຕະນາການໄລຍະໃໝ່ໃນຂົງເຂດກະສິກຳ. ສິ່ງນີ້ແມ່ນສຳຄັນທີ່ສຸດ. ແລະ ພວກເຮົາຕ້ອງການມີສີມືແຮງງານ ມັນສະໝອງທີ່ສະຫລາດສະຫລຽວ ດ້ວຍຈິນຕະນາການນຳໜ້າການປະຕິວັດອຸດສາຫະກຳຄັ້ງທີ 4, ຕ້ອງນຳກະສິກຳຊົນນະບົດກ້າວຂຶ້ນ”
ທ່ານນາຍົກລັດຖະມົນຕີຖືວ່າ ປະຈຸບັນການປະຕິຮູບຕ້ອງອີງໃສ່ຈິດໃຈສ້າງສັນ, ປົດປ່ອຍ ແລະ ເສີມຂະຫຍາຍບົດບາດຮອບດ້ານຂອງວິສາຫະກິດ, ຂອງພາກສ່ວນເອກະຊົນ ໃນທຸກຂັ້ນຕອນຂອງລະບົບຄຸນຄ່າຜະລິດກະສິກຳ. ໃນພື້ນຖານເສດຖະກິດການຕະຫລາດປະຈຸບັນ, ບັນດາທ້ອງຖິ່ນຕ້ອງເສີມຂະຫຍາຍບົດບາດຂອງວິສາຫະກິດ, ນຳວິສາຫະກິດເຂົ້າຊົນນະບົດ. ນີ້ແມ່ນປັດໃຈມີລັກສະນະຕັດສິນເຖິງຜົນສຳເລັດຂອງການພັດທະນາກະສິກຳຊົນນະບົດ.