ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ແລະ ທ່ານປະທານ WEF Klas Schwab
(vovworld) – ຕອນບ່າຍວັນທີ 18/1, ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໂດຍ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າເລີ່ມເຂົ້າຮ່ວມການເຄື່ອນໄຫວຕ່າງໆຢູ່ ກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກຄັ້ງທີ 47 ຢູ່ນະຄອນ Davos, ປະເທດ ສະວິດ ( WEF Davos) . ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ອົດຕະລິດ Christian Kern, ເຮັດວຽກກັບປະທານ WEF Klas Schwab, ທ່ານປະທານທະນາຄານພັດທະນາອາຊີ (ADB) Tahehiko Nakao, ປະທານກຸ່ມບໍລິສັດ Microsoft Bradford Smith, ເຂົ້າຮ່ວມການເຈລະຈາກັບ 20 ກຸ່ມບໍລິສັດໃຫຍ່ ແລະ ພົບປະກັບບັນດາສຳນັກຂ່າວສານແຖວໜ້າ.
ໃນການເຮັດວຽກກັບທ່ານນາຍົກລັດຖະມົນຕີ ອົດຕະລິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ອົດຕະລິດຮັບຮອງກົດລະບຽບເສດຖະກິດການຕະຫຼາດໃຫ້ ຫວຽດນາມ, ຊຸກຍູ້ ອີຢູ ລົງນາມຢ່າງເປັນທາງການ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ; ສະໜັບສະໜູນ ຫວຽດນາມ ສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021.
ເມື່ອເຮັດວຽກກັບປະທານ WEF, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ WEF ຮັກສາການຈັດຕັ້ງກອງປະຊຸມ WEF - ແມ່ຂອງ; ໜູນຊ່ວຍ ຫວຽດນາມ ເຊື່ອມຕໍ່ກັບບັນດາກຸ່ມບໍລິສັດ ແລະ ນັກຊ່ຽວຊານແຖວໜ້າຂອງ WEF, ໃຫ້ຄຳປຶກສາກ່ຽວກັບນະໂຍບາຍໃນຂົງເຂດພະລັງງານແກ່ງແຍ້ງແຫ່ງຊາດ, ພັດທະນາກະສິກຳເຕັກໂນໂລຢີສູງ…ທ່ານນາຍົກລັດຖະມົນຕີທັງສອງໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ ຫວຽດນາມກັບ WEF ກ່ຽວກັບການພັດທະນາພື້ນຖານເສດຖະກິດ ຫວຽດນາມເຂັ້ມແຂງດ້ວຍຕົນເອງໃນອະນາຄົດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານທະນາຄານພັດທະນາອາຊີ ໄດ້ເຫັນດີຊຸກຍູ້ການຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ໜູນຊ່ວຍການສ້າງໂຄງປະກອບເສດຖະກິດຄືນໃໝ່, ຫຼຸດຜ່ອນຄວາມທຸກຍາກໃນໄລຍະ 2016-2020, ສົມທົບກັບບັນດາປະເທດອານຸພາກພື້ນແມ່ນ້ຳຂອງເປີດກວ້າງການກະກຽມໃຫ້ແກ່ກອງປະຊຸມສຸດຍອດກ່ຽວກັບການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງຄັ້ງທີ 6 ຢູ່ ຫວຽດນາມໃຫ້ດີ.
ເມື່ອເຮັດວຽກກັບປະທານກຸ່ມບໍລິສັດ Microsoft, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີກຸ່ມບໍລິສັດ Microsoft ສືບຕໍ່ລົງທຶນເຂົ້າ ຫວຽດນາມ ຕິດພັນກັບການຖ່າຍທອດເຕັກໂນໂລຢີສູງ. ທ່ານນາຍົກລັດຖະມົນຕີເຊີນທ່ານປະທານກຸ່ມບໍລິສັດ Microsoft Bradford Smith ເຂົ້າຮ່ວມກອງປະຊຸມສຸດຍອດວິສາຫະກິດ APEC ໃນເດືອນ 11/2017 ຢູ່ ດ່າໜັງ.
ທີ່ການເຈລະຈາກັບບັນດາກຸ່ມບໍລິສັດສະມາຊິກ WEF ໃນຂົງເຂດການເງິນ ດ້ວຍການເຂົ້າຮ່ວມຂອງຜູ້ອຳນວຍການຝ່າຍບໍລິຫານ WEF Philip Roesler, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຍົກອອກບັນດາຜົນງານພັດທະນາເສດຖະກິດ - ສັງຄົມ ແລະ ຄວາມານະພະຍາຍາມປະຕິຮູບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຂອງ ຫວຽດນາມ ໃນປີຜ່ານມາ; ຢືນຢັນຄວາມຕັດສິນໃຈຂອງລັດຖະບານກ່ຽວກັບເລື່ອງສືບຕໍ່ປັບປຸງລະບອບລະບຽບກົດໝາຍ, ສ້າງລັດຖະບານຊື່ສັດບໍລິສຸດ, ສ້າງສາພັດທະນາ, ກະທຳ ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ; ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ຍົກສູງກຳລັງແກ່ງແຍ້ງກ່ວາອີກ; ສູ້ຊົນປີ 2017 ບັນລຸໄດ້ບັນດາຄາດໝາຍຕົ້ນຕໍກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ດ້ວຍລະດັບປານກາງຂອງ 4 ປະເທດແຖວໜ້າ ອາຊຽນ (ASEAN - 4). ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ນັບແຕ່ນີ້ເຖິງປີ 2020, ຫວຽດນາມ ຈະຍູ້ແຮງການສ້າງໂຄງປະກອບພຶ້ືນຖານເສດຖະກິດຄືນໃໝ່ຢ່າງແທດຈິງ, ຕິດພັນກັບການຫັນປ່ຽນຮູບແບບເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ; ສືບຕໍ່ຍູ້ແແຮງ ແລະ ຍົກສູງປະສິດທິຜົນການເຊື່ອມໂຍງເຂົ້າກັບສາກົນ, ພິເສດແມ່ນຜັນຂະຫຍາຍບັນດາສັນຍາການຄ້າເສລີ (FTA) ລຸ້ນໃໝ່ທີ່ໄດ້ຮັບການລົງນາມແລ້ວຢ່າງມີປະສິດທິຜົນ; ຊົມເຊີຍບັນດາວິສາຫະກິດ, ນັກລົງທຶນສາກົນຕອບສະໜອງ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງປີ APEC 2017 ຢູ່ ຫວຽດນາມ.
ແລະກໍ່ໃນຕອນບ່າຍວັນທີ 18/01 (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫງວຍນຊວນຟຸກ ມີການພົບປະ ແລະ ກ່າວຄຳເຫັນກັບບັນດາສຳນັກຂ່າວສານ, ສື່ມວນຊົນສາກົນທີ່ພວມມີໜ້າຢູ່ Davos ສະວິດ ກ່ຽວກັບບັນດາຜົນງານດີເດັ່ນໃນການພັດທະນາເສດຖະກິດ, ການຄ້າ, ການລົງທຶນຢູ່ ຫວຽດນາມ ໃນໄລຍະຜ່ານມາ. ທ່ານ ຫງວຽນຊວນຟຸກ ຍັງເນັ້ນໜັກເຖິງ ບົດບາດຄຳຄັນຂອງວົງການສື່ມວນຊົນໃນການໃຫ້ຂ່າວກ່ຽວກັບສະພາບການຂອງ ຫວຽດນາມ ເຖິງປະຊາຄົມສາກົນຢ່າງທັນການ ແລະ ຊັດເຈນ.