ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປັບ​ປຸບ​ການ​ວາງ​ແຜນ​ກຳ​ນົດ​ລວມ ນະ​ຄອນ​ດ່າ​ນັ້ງ

(VOVWORLD) -ແຜນການວາງແຜນກຳນົດລວມນະຄອນດ່ານັ້ງ ຮອດປີ 2030, ວິໄສທັດຮອດປີ 2050 ໄດ້ຮັບການອະນຸມັດຜ່ານຈາກທ່ານນາຍົກລັດຖະມົນຕີ ໃນປີ 2013. ພາຍຫຼັງໄດ້ປະຕິບັດມາເປັນເວລາ 7 ປີ, ນະຄອນດ່ານັ້ງ ໄດ້ພັດທະນາຢ່າງໄວວາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ປັບ​ປຸບ​ການ​ວາງ​ແຜນ​ກຳ​ນົດ​ລວມ ນະ​ຄອນ​ດ່າ​ນັ້ງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມກ່ຽວກັບການປັບປຸງ ການວາງແຜນກຳນົດລວມ ນະຄອນດ່ານັ້ງ (ພາບ: VGP)

ຕອນບ່າຍວັນທີ 01 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມປະຈຳການລັດຖະບານ ກ່ຽວກັບບັນດາດຳລັດກຳນົດລະອຽດການປະຕິບັດມະຕິຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງອຳນາດການປົກຄອງເຂດຕົວເມືອງຢູ່ນະຄອນໂຮ່ຈີມິນ ແລະ ທົດລອງຈັດຕັ້ງຮູບແບບອຳນາດການປົກຄອງເຂດຕົວເມືອງ ແລະ ບາງລະບອບລະບຽບການ, ນະໂຍບາຍສະເພາະພັດທະນານະຄອນດ່ານັ້ງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກກ່ຽວກັບຫຼັກການ, ບັນດາຮູບແບບການຈັດຕັ້ງອຳນາດການປົກຄອງເຂດຕົວເມືອງຢູ່ນະຄອນໂຮ່ຈີມິນ ແລະ ດ່ານັ້ງ ຕ້ອງຕອບສະໜອງຄວາມຮຽກຮ້ອງຂອງແຕ່ລະທ້ອງຖິ່ນ, ແຕ່ກໍ່ຕ້ອງຮັບປະກັນຄວາມເປັນເອກະພາບ, ລຸລ່ວງຂອງກົງຈັກບໍລິຫານພາກລັດ ຈາກສູນກາງລົງຮອດຂັ້ນທ້ອງຖິ່ນ ຕາມຂໍ້ກຳນົດຂອງກົດໝາຍ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 1 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມກ່ຽວກັບການປັບປຸງ ການວາງແຜນກຳນົດລວມ ນະຄອນດ່ານັ້ງ ຮອດປີ 2030, ວິໄສທັດຮອດປີ 2045.

ແຜນການວາງແຜນກຳນົດລວມນະຄອນດ່ານັ້ງ ຮອດປີ 2030, ວິໄສທັດຮອດປີ 2050 ໄດ້ຮັບການອະນຸມັດຜ່ານຈາກທ່ານນາຍົກລັດຖະມົນຕີ ໃນປີ 2013. ພາຍຫຼັງໄດ້ປະຕິບັດມາເປັນເວລາ 7 ປີ, ນະຄອນດ່ານັ້ງ ໄດ້ພັດທະນາຢ່າງໄວວາ. ເຖິງຢ່າງໃດກໍ່ຕາມ, ເພື່ອປະຕິບັດມະຕິຂອງກົມການເມືອງກ່ຽວກັບການສ້າງ ແລະ ພັດທະນານະຄອນດ່ານັ້ງຮອດປີ 2030, ວິໄສທັດຮອດປີ 2045 ແລະ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ, ທ່ານນາຍົກລັດຖະມົນຕີໄດ້ຕົກລົງ ໃຫ້ນະຄອນປັບປຸງແຜນການວາງແຜນກຳນົດລວມ, ພັດທະນານະຄອນຕາມທິດທັນສະໄໝ ແລະ ຂຽວ, ຕອບສະໜອງຄວາມຕ້ອງການມະຕິຂອງກົມການເມືອງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        ດ່ານັ້ງແມ່ນໜຶ່ງໃນ 3 ແຂວງມີການເຕີບໂຕເປັນລົບ, ຖ້າຫາກວ່າພຽງແຕ່ພັດທະນາການທ່ອງທ່ຽວເທົ່ານັ້ນ ດ່ານັ້ງ ຍາກທີ່ຈະພັດທະນາດ້ວຍຂອບຂະໜາດໃຫຍ່ໄດ້. ດັ່ງນັ້ນ, ຕ້ອງດຶງດູດວິສາຫະກິດເຕັກໂນໂລຢີອຸດສາຫະກຳ ເຂົ້າມາລົງທຶນຢູ່ ດ່ານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ