ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ັນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມອອນ​ລາຍ​ທົ່ວ​ປະ​ເທດ ປ​ຶກ​ສາ​ຫາ​ລື​ວິ​ທີ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕອນບ່າຍວັນທີ 02 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມອອນລາຍທົ່ວປະເທດຂອງລັດຖະບານ ກັບບັນດາທ້ອງຖິ່ນ ເພື່ອປຶກສາຫາລືກ່ຽວກັບມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແນໃສ່ຮັບປະກັນໃຫ້ໂລກລະບາດບໍ່ແຜ່ລາມອອກສູ່ວົງກວ້າງໃນທົ່ວປະເທດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ັນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມອອນ​ລາຍ​ທົ່ວ​ປະ​ເທດ ປ​ຶກ​ສາ​ຫາ​ລື​ວິ​ທີ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ໂລກລະບາດຢູ່ນະຄອນດ່າໜັງ ແລະ ແຂວງກວ໋າງນາມ ພວມຜັນແປຢ່າງສັບສົນ, ດັ່ງນັ້ນ ກະຊວງສາທາລະນະສຸກຄວນສືບຕໍ່ໜູນຊ່ວຍສອງທ້ອງຖິ່ນນີ້ ດ້ວຍກຳລັງພະນັກງານທີ່ມີຄວາມເກັ່ງກ້າສາມາດທີ່ສຸດ, ເດັດດ່ຽວປິດລ້ອມເຂດເພື່ອດັບມອດໂລກລະບາດ ແລະ ປະຕິບັດການແຍກຫ່າງໃນສັງຄົມຢູ່ບໍລິເວນເກີດໂລກລະບາດ; ສືບຕໍ່ຂົນຂວາຍປະຊາຊົນຕ້ອງປະຕິບັດຕາມຂໍ້ກຳນົດໃນການປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ທ່ານນາຍົກລັດຖະມົນຕີ ໄດ້ຢືນຢັນວ່າ ທົ່ວປະເທດປະຕິບັດເປົ້າໝາຍຄວບຄູ່ທັງຕ້ານໂລກລະບາດທັງຮັກສາສຸຂະພາບໃຫ້ແກ່ປະຊາຊົນ ແຕ່ດ້ານອື່ນກໍຕ້ອງຮັບປະກັນ ບໍ່ປະໃຫ້ພື້ນຖານເສດຖະກິດຖືກອຶດອາດຊັກຊ້າ. ດັ່ງນັ້ນ, ວຽກງານໂຄສະນາຄວນສືບຕໍ່ປະຕິບັດເປັນຢ່າງດີ ເພື່ອໃຫ້ປະຊາຊົນສະໜັບສະໜູນ ແລະ ຮ່ວມເດີນທາງພ້ອມກັບພັກ, ລັດໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ.

ທ່ານນາຍົກລັດຖະມົນຕີ ຍັງຕັກເຕືອນວ່າ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງຮັບປະກັນສິນຄ້າໃຫ້ແກ່ບັນດາເຂດແຍກຫ່າງໃນສັງຄົມ, ມີບັນດາມາດຕະການຮັບມືຕໍ່ທຸກໆກໍລະນີທີ່ຊົ່ວຮ້າຍທີ່ສຸດ ເຊິ່ງອາດຈະເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ