ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ອານຢາງ, ລາວກາຍ

(VOVWORLD) - ແຂວງ ອານຢາງ ສູ້ຊົນຍົກສູງອັດຕາການທ່ອງທ່ຽວໃນໂຄງປະກອບເສດຖະກິດ ເພື່ອບັນລຸແຕ່ 10% ຂຶ້ນໄປ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງ ອານຢາງ, ລາວກາຍ - ảnh 1  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ລາວກາຍ

ຕອນເຊົ້າວັນທີ 06 ທັນວາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານພ້ອມດ້ວຍການນຳບັນດາກະຊວງເຮັດວຽກກັບການນຳຫຼັກແຫຼ່ງແຂວງ ອານຢາງ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທີ່ກ່ຽວຂ້ອງເຖິງບັນດາກິດຈະກຳ, ໂຄງການສຳຄັນສຳລັບການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີແຂວງ ອານຢາງ ສູ້ຊົນຍົກສູງອັດຕາການທ່ອງທ່ຽວໃນໂຄງປະກອບເສດຖະກິດ ເພື່ອບັນລຸແຕ່ 10% ຂຶ້ນໄປ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ແຂວງ ອານຢາງ ເອົາໃຈໃສ່ເປັນພິເສດເຖິງການພັດທະນາເສດຖະກິດການຄ້າຊາຍແດນ, ຊຸກຍູ້ການແລກປ່ຽນຄ້າຂາຍຢູ່ເຂດຊາຍແດນ, ຜ່ານນັ້ນ ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມ ອານຢາງ.

        ແລະກໍ່ໃນຕອນເຊົ້າວັນທີ 06 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານພ້ອມກັບການນຳບັນດາກະຊວງ, ຂະແໜງການເຮັດວຽກກັບການນຳຫຼັກແຫຼ່ງແຂວງ ລາວກາຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ:

        “ຂ້າພະເຈົ້າເຫັນດີກັບແຜນນະໂຍບາຍ ເພື່ອຫັນປ່ຽນສະພາບເດີມຂອງເມືອງ ຊາປາ ໃຫ້ກາຍເປັນເທດສະບານ ຊາປາ, ເພື່ອສ້າງ ຊາປາ ບໍ່ພຽງແຕ່ແມ່ນເຂດທ່ອງທ່ຽວລະດັບຊາດເທົ່ານັ້ນ ຫາກຍັງຕ້ອງສູ້ຊົນສ້າງ ຊາປາ ກາຍເປັນສະຖານທີ່ລືຊື່, ກາຍເປັນເຂດທ່ອງທ່ຽວສາກົນອີກດ້ວຍ ເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກມາຢ້ຽມຢາມ ຫວຽດນາມ ແລະ ແຂວງ ລາວກາຍ” .

ຕອບກັບ

ຂ່າວ/ບົດ​ອື່ນ