ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ນີງບີງ
(vovworld) - ຕອນບ່າຍວັນທີ 07/04, ຢູ່ນະຄອນ ນີງບີງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ນີງບີງ ກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດສັງຄົມ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ໂດຍແມ່ນແຂວງນ້ອຍແຕ່ ນີງບີງ ໄດ້ ພັດທະນາຢ່າງຮອບດ້ານ, ການຫັນປ່ຽນແຮງໂຄງປະກອບເສດຖະກິດ, ລາຍຮັບງົບປະມານເພີ່ມຂຶ້ນ, ການສົ່ງອອກບັນລຸກ່ວາ 1 ຕື້ USD. ການຮັບປະກັນຊີວິດສັງຄົມ, ວຽກເຮັດງານທຳໄດ້ຮັບຄວາມເອົາໃຈໃສ່; ການສຶກສາ ແລະ ບຳລຸງສ້າງເພີ່ມຂຶ້ນທັງຂອບຂະໜາດ ແລະ ຄຸນນະພາບ; ຄວາມໝັ້ນຄົງທາງດ້ານການເມືອງໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ. ເພື່ອພັດທະນາ ນີງບີງ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີມອບໝາຍໜ້າທີ່ໃຫ້ທາງແຂວງ ຄວນມີຈິດໃຈຢ່າງຂ້ຽວຂາດ, ຄົບຊຸດ, ມີປະສິດທິຜົນ, ສູ້ຊົນສຳເລັດຜົນດ້ວຍລະດັບລື່ນກາຍຄາດໝາຍທີ່ໄດ້ວາງອອກໃນປີ 2017. ແຂວງ ນີງບີງ ຄວນກວດກາ ແລະ ເພີ່ມທະວີການຄຸ້ມຄອງແຜນຜັງ, ພິເສດແມ່ນການວາງແຜນຜັງເສດຖະກິດສັງຄົມ, ການວາງແຜນຂະແໜງ, ເຂດ, ແຜນຜັງທີ່ດິນ, ຊັບພະຍາກອນ ແລະ ແຜນຜັງການພັດທະນາຕົວເມືອງ.