ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຕອນຮັບພົນເອກ ປະວິດ ວົງສະວັນ, ຮອງນາຍົກລັດຖະມົນຕີໄທ

ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຕອນຮັບພົນເອກ ປະວິດ ວົງສະວັນ, ຮອງນາຍົກລັດຖະມົນຕີໄທ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ
ຕອນ​ຮັບທ່ານພົນ​ເອກ ປະ​ວິດ ວົງ​ສະ​ວັນ)


(vovworld) - ທີ່​ການ ຕອນ​ຮັບທ່ານພົນ​ເອກ ປະ​ວິດ ວົງ​ສະ​ວັນ, ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະ​ຊວງປ້ອງ​ກັນ​ປະ​ເທດລາຊະ​ອານາຈັກ​ໄທ​ ໃນຕອນ​ເຊົ້າ​ວັນ​ທີ 14/1, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ສະ​ເໜີ​ສອງ​ຝ່າຍ​ສືບ​ຕໍ່​ການຮ່ວມ​ມື​​ລາດຕະ​ເວນ​ລວມ​ບົນ​ທະ​ເລ, ສ້າງ​ກຸ່ມ​ປະຕິບັດ​ງານ ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຫາ​ປາ​ຂອງ​ຊາວ​ປະມົງ​ສອງ​ປະ​ເທດ​ບົນ​ນຳ້​ໃຈ​ມິດຕະພາບ ​ແລະ ມະນຸດສະທຳ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເ​ເຕິ໋ນຢຸງ ຍັງ​ສະ​ເໜີ​ສອງ​ຝ່າຍ​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ, ການ​ຮ່ວມ​ມື​ຜະລິດ ​ແລະ ຈຳໜ່າຍ​ຜະລິດ​ຕະພັນ​ກະ​ເສດ; ​ເຊື່ອມ​ຕໍ່​ທາງ​ຄົມມະນາຄົມ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຢືນຢັນ​ວ່າ, ລັດຖະບານ​ຫວຽດນາມ​ ຍາມ​ໃດ​ກໍ່​ຊົມ​ເຊີຍ, ຕ້ອນຮັບ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ​ໄທ​ ​ເຂົ້າຮ່ວມ​ມື, ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະສິດທິ​ຜົນ, ຍາວ​ນານ ​ແລະ ປະສົບ​ຜົນສຳ​ເລັດ​ຢູ່​ຫວຽດນາມ. ສະ​ເໜີ​ສອງ​ຝ່າຍ​ປຶກສາ​ຫາລື ​ແລະ ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ແຮງ​ງານ​ໂດຍ​ໄວ ​ແລະ ຫວັງ​ວ່າ, ​ໄທ​ ຈະ​ສືບ​ຕໍ່​ສະໜັບສະໜູນ, ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ​ຫວຽດນາມ​ ທີ່​ພວມ​ທຳ​ມາ​ຫາ​ກິນ ​ແລະ ດຳລົງ​ຊີວິດ​ຢູ່​ໄທ.

ຂ່າວ/ບົດ​ອື່ນ