(vovworld) - ໃນຂອບເຂດບັນດາການຢ້ຽມຢາມທາງລັດຖະກິດເຖິງ ກູບາ, ຕອນເຊົ້າວັນທີ 27/03 (ຕາມເວລາຫວຽດນາມ), ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hermandez; ໄປຢ້ຽມຢາມ ແລະ ໂອ້ລົມສົນທະນາກັບພະນັກງານ, ພາລະກອນສະຖາບັນກູບາມິດຕະພາບກັບປະຊາຊາດ ແລະ ສະມາຄົມມິດຕະພາບກູບາ - ຫວຽດນາມ, ຢ້ຽມຢາມສະຖານທູດຫວຽດນາມ.
ເມື່ອພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ກູບາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ສະແດງຄວາມປະທັບໃຈເມື່ອເຫັນປະຈັກຕາບັນດາຜົນງານເຊິ່ງພັກ, ລັດ ແລະ ປະຊາຊົນກູບາ ບັນລຸໄດ້ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະຜ່ານມາ, ໃນນັ້ນມີການປະກອບສ່ວນສຳຄັນຂອງສະພາແຫ່ງຊາດກູບາ.
ທ່ານປະທານສະພາແຫ່ງຊາດກູບາ Esteban Lazo Hermandez ປາດຖະໜາວ່າ 2 ຝ່າຍເພີ່ມທະວີຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກວ່າອີກ, ພ້ອມທັງປາດຖະໜາສືບຕໍ່ໄດ້ຮັບການແລກປ່ຽນບົດຮຽນຂອງຫວຽດນາມ ໃນການກໍ່ສ້າງ ແລະ ພັດທະນາເສດຖະກິດສັງຄົມຂອງປະເທດຊາດ.
ເມື່ອແລກປ່ຽນກັບພະນັກງານ, ພາລະກອນສະຖາບັນກູບາ ມິດຕະພາບກັບປະຊາຊາດ ແລະ ສະມາຄົມມິດຕະພາບກູບາ - ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ເຖິງວ່າຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ແຕ່ປະຊາຊົນກູບາ ວິລະຊົນ ຈະຜ່ານຜ່າສິ່ງທ້າທ້າຍນາໆປະການ ເພື່ອກ້າວຂຶ້ນຢ່າງໝັ້ນຄົງ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ ຍາມໃດຫວຽດນາມ ກໍ່ຢູ່ຂ້າງກູບາ ແລະ ຄວາມສາມັກຄີມິດຕະພາບລະຫວ່າງຫວຽດນາມ - ກູບາ ຈະຂຽວສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ເມື່ອໂອ້ລົມກັບພະນັກງານ, ສະຖານທູດຫວຽດນາມປະຈຳກູບາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ, ພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳກູບາ ແຕ່ລະຄົນ ຍາມໃດກໍ່ຕ້ອງກຳໄດ້ແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ, ປະຕິບັດບົດບາດເປັນຂົວເຊື່ອມຕໍ່ມິດຕະພາບເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ກູບາ ໃນທຸກຂົງເຂດ.
ແລະໃນຕອນຄໍ່າວັນທີ 26/03, ໃນລາຍການຂ່າວຂອງໂທລະພາບກູບາ ໄດ້ໃຫ້ຂ່າວກ່ຽວກັບບັນດາການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເມື່ອມາຮອດນະຄອນຫຼວງ La Habana. ສະຖານີໂທລະພາບກູບາ ເນັ້ນໜັກວ່າ: ການຢ້ຽມຢາມທາງລັດຖະກິດເຖິງກູບາ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແມ່ນເຫດການມີຄວາມໝາຍສຳຄັນໃນການພົວພັນລະຫວ່າງ 2 ປະເທດ, ແມ່ນໂອກາດເພື່ອໃຫ້ການນຳ 2 ປະເທດປຶກສາຫາລືກ່ຽວກັບທິດທາງ ແລະ ບັນດາເນື້ອໃນຮ່ວມມືໃຫຍ່ ໃນໄລຍະຈະມາເຖິງ.
ໃນໂອກາດນີ້, ວັນທີ 25 - 26/03, ສຳນັກຂ່າວສານ Prensa Latina ແລະ ສຳນັກຂ່າວພາຍໃນປະເທດ AIN ຂອງກູບາ ໄດ້ໃຫ້ຂ່າວ, ບົດແນະນຳປະເທດຫວຽດນາມ. ສຳນັກຂ່າວສານ Prensa Latina ໄດ້ຄັດສະເໜີບົດຕອບສຳພາດຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໂດຍເນັ້ນໜັກວ່າ: ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື, ໜູນຊ່ວຍກູບາ ໃນບັນດາຂົງເຂດເຊິ່ງຫວຽດນາມ ມີຄວາມສາມາດບົ່ມຊ້ອນ, ເໝາະສົມກັບຄວາມສາມາດຂອງຕົນ, ພ້ອມທັງປາດຖະໜາຢາກຜັນຂະຫຍາຍການຮ່ວມມື, ຮ່ວມສຳພັນກັບກຸບາ ໃນຫຼາຍຂົງເຂດເຊິ່ງ 2 ຝ່າຍມີທ່າແຮງ.
ສືເອເລັກໂຕນິກ Bubadebate, ໜັງສື່ພິມ Grama ເອເລັກໂຕນິກ ແລະ ບັນດາໜັງສື່ພິມອື່ນໆຂອງກູບາ ລ້ວນແຕ່ໃຫ້ຂ່າວການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ແລະ ຄະນະຜູ້ແທນຫວຽດນາມ ຢ່າງລະອຽດ.