ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ້ຽມຢາມນະຄອນຫຼວງ Berlin, ເຢຍລະມັນ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ້ຽມຢາມນະຄອນຫຼວງ Berlin, ເຢຍລະມັນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຢັຍ​ລະ​ມັນ Norbert Lammert

​​(vovworld)-ໂດຍ​ສືບ​ຕໍ່ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ເຢັຍ​ລະ​ມັນ, ຕອນ​ບ່າຍ​ວັນ​ທີ 15/10, ຕາມ​ເວ​ລາ​ຫວຽດ​ນາມ, ຢູ່​ແບກ​ລີງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຢັຍ​ລະ​ມັນ Norbert Lammert. ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຢັຍ​ລະ​ມັນ Norbert Lammert ໃຫ້​ຮູ້​ວ່າ ຈະ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊ​າ​ໃຫຍ່​ລະ​ຫວ່າງ​ຊາດ​ໂລກ IPU ຄັ້ງ​ທີ 132 ໂດຍ​ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ໃນ​ເດືອນ 3/2015 . ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ສະ​ແດງ​ຄວາມ​ຫວັງ​ວ່າ : 2 ປະ​ເທດ, 2 ສະ​ພາ​ແຫ່ງ​ຊາດ​ຈະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ບົນ​ພື້ນ​ຖານ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຊຶ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ແລະ ສະ​ພາ​ແຫ່ງ​ຊາດ​ເຢັຍ​ລະ​ມັນ​ຕັ້ງ​ໜ້າ​ໜູນ​ຊ່ວຍ​ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ກັບ EU .  ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ໄປ​ຢ້ຽມ​ຢາມ ແລະ ໂອ້​ລົມ​ກັບ​ພະ​ນັກ​ງານ, ພາ​ລາ​ກອນ​ສະ​ຖານ​ທູດ ພ້ອມ​ກັບ​ຜູ້​ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ເຢັຍ​ລະ​ມັນ. 

ກ່ອນ​ໜ້ານັ້ນ, ຕອນ​ຄໍ່າ​ວັນ​ທີ 14/10, ຕາມ​ເວລາ​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄປ​ຮອດ​ນະຄອນ Stuttgart, ລັດ Baden Wuerttemberg, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ ສ.ສະຫະພັນ ​ເຢຍລະ​ມັນ ​​​ເປັນ​ເວລາ 2 ວັນ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ນາຍົກ​ລັດຖະມົນຕີ ​ເຢຍລະ​ມັນ Angela Markel. ທີ່​ການ​ເຈລະຈາ​ພາຍຫຼັງ​ພິທີ​ຕ້ອນຮັບ, ຜູ້​ວ່າການ​ລັດ Baden Wuerttemberg, Winfried Kretschmann, ​ໄດ້ຕີ​ລາຄາ​ສູງ​ບັນດາ​ບາດກ້າວ​ພັດທະນາ​ບຸກທະລຸ​ຂອງ​ຫວຽດນາມ ​ໃນ​ການ​ພັດ​ທະນາ​ເສດຖະກິດ ກໍ່​ຄື​ການ​ພົວພັນ​ຮ່ວມ​ມື​ທີ່​ນັບ​ມື້​ນັບ​ພັດທະນາ​ລະຫວ່າງ​ລັດ Baden Wuerttemberg ​ເວົ້າ​ສະ​ເພາະ ​ແລະ ​ເຢຍລະ​ມັນ ​ເວົ້າ​ລວມກັບ​ຫວຽດນາມ. ສ່ວນ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ.

     “ພວກ​ຂ້າພະ​ເຂົ້າ​ມີຄວາມ​ເພິ​ງພໍ​ໃຈເມື່ອ​ເຫັນ​ວ່າ ນັບ​ມື້​ນັບມີ​ວິ​ສາ​ຫະກິດ​​ໃຫຍ່ຫຼາຍ​​ແຫ່ງ​ຂອງ​ລັດ Baden Wuerttemberg ລົງທຶນຢູ່​ຫວຽດນາມ. ພວກຂ້າພະ​ເຈົ້າ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຄື່ອນ​ໄຫວ​ຢ່າ​ງຍາວ​ນານ ​ແລະ ມີ​ປະສິດທິ​ຜົນ​ຢູ່​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຄື: ຜະລິດ​ເຄື່ອງ​ອຸປະກອນ, ​ເຄມີການ​ຢາ, ພະລັງງານ​ສະອາດ, ບຳລຸງ​ສ້າງ​ວິຊາ​ຊີບ”.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ສະ​ເໜີ​ໃຫ້​ອຳ​ນາດ​ການ​ປົກຄອງ​ລັດ Baden Wuerttemberg ສືບ​ຕໍ່​ໜູນ​ຊ່ວຍ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ມະຫາວິທະຍາ​ໄລ​ຫວຽດນາມ - ​ເຢຍລະ​ມັນ ຢູ່​ນະຄອນ​ໂຮ່ຈິ​ມິນ, ຊຸກຍູ້​ການ​ລົງ​ນາມ​ໃນຈົດໝາຍ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ລັດ Baden Wuerttemberg ​ໃນ​ຂົງ​ເຂດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, ​ເປີດ​ກວ້າງ​ການ​ໜູນ​ຊ່ວຍສຳລັບ​ບັນດາ​ໂຄງການ​ສອນ​ວິຊາ​ຊີບ​ຕາມ​ຮູບ​ແບບ​ບຳລຸງ​ສ້າງ​ຂອງ​​ເຢຍລະ​ມັນ ຢູ່​ຫວຽດນາມ. ກໍ່​ທີ່​ນະຄອນ Stuttgart, ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ຜູ້​ວ່າການ​ລັດ Winfried Kretschmann ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສຄູ່​​ເຈລະຈາດ້ານ​ເສດຖະກິດ​ລະຫວ່າງຫວຽດນາມ - Baden Wuerttemberg.

       

ຂ່າວ/ບົດ​ອື່ນ