ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມ ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 25
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
(ພາບ: AFP)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີມຽນມາ Thein Sein, ວັນທີ 11/11, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 25 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຢູ່ Nay Pyi Taw, ໃນລະຫວ່າງວັນທີ 12 - 13/11.
ເຂົ້າຮ່ວມກອງປະຊຸມຂັ້ນສູງຄັ້ງນີ້, ຄະນະຜູ້ແທນຫວຽດນາມ ມີ: ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິງມິງ; ທ່ານລັດຖະມົນຕີ, ຫົວໜ້າຫ້ອງການລັດຖະບານ ຫງວຽນວັນເນັນ; ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຟ້າມກວາງວິງ; ທ່ານລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳການຄ້າ ໂດ້ທັ໋ງຫາຍ; ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ ຫວູດັງຢຸງ.
ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 25 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແມ່ນເພື່ອແນໃສ່ປະກອບສ່ວນໃຫ້ແກ່ຄວາມສາມັກຄີ ແລະ ເອກະພາບຂອງອາຊຽນ ຢ່າງຕັ້ງໜ້າ; ເສີມຂະຫຍາຍບົດບາດໃຈກາງຂອງສະຫະສະມາຄົມໃນການສ້າງໂຄງປະກອບພາກພື້ນທີ່ພວມໄດ້ຮັບການສ້າງຕັ້ງ, ຊຸກຍູ້ຄາດໝາຍສ້າງປະຊາຄົມອາຊຽນໃຫ້ສຳເລດໃນປີ 2015 ແລະ ກຳນົດທິດພັດທະນາໃຫ້ໄລຍະພັດທະນາຂອງປະຊາຄົມອາຊຽນ ພາຍຫຼັງປີ 2015 ກໍ່ຄືປະກອບສ່ວນເພື່ອກໍ່ສ້າງບັນດາບັນຫາອື່ນໆທີ່ເປັນຄວາມສົນໃຈລວມຂອງທັງພາກພື້ນ.