ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມກອງປະຊຸມຂັ້ນສູງເຂດ 3 ຫຼ່ຽມພັດທະນາ
(ນາຍົກລັດຖະມົນຕີ 3 ປະເທດ ລາວ - ກຳປູເຈຍ - ຫວຽດນາມ)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ, ຕອນບ່າຍວັນທີ 24/11, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພ້ອມກັບຄະນະຜູ້ແທນຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ໄປນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມກອງປະຊຸມຂັ້ນສູງເຂດ 3 ຫຼ່ຽມພັດທະນາລາວ - ກຳປູເຈຍ - ຫວຽດນາມ ຄັ້ງທີ 8 ໃນລະຫວ່າງວັນທີ 24 – 25/11. ບັນດາການເຄື່ອນໄຫວຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນດຳເນີນໄປໃນວັນທີ 25/11 ຢູ ວຽງຈັນ. ກອງປະຊຸມແມ່ນໂອກາດເພື່ອໃຫ້ລັດຖະບານ 3 ປະເທດ ເພີ່ມທະວີການປະສານສົມທົບຢ່າງແຫນ້ນແຟ້ນ ແລະ ແທດຈິງໃນການຜັນຂະຫຍາຍບັນດາໂຄງການຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ພັດທະນາເສດຖະກິດສັງຄົມ 13 ແຂວງ ໃນເຂດສາມຫລ່ຽມພັດທະນາ, ໃນນັ້ນ ມີ 5 ແຂວງ ຂອງຫວຽດນາມ ນັ້ນແມ່ນ ກອນຕູມ, ຢາລາຍ, ດັກລັກ, ດັກນົງ ແລະ ບີງເຟືອກ.
ເຂດ 3 ຫຼ່ຽມພັດທະນາລະຫວ່າງບັນດາແຂວງເຂດຊາຍແດນ 3 ປະເທດ ລາວ - ກຳປູເຈຍ - ຫວຽດນາມ ໄດ້ຮັບການສ້າງຕັ້ງຈາກຂໍ້ລິເລີ່ມຂອງທ່ານນາຍົກລັດຖະມົນຕີກຳປູເຈຍ Hunsen ເມື່ອປີ 1999. ເຂດ 3 ຫຼ່ຽມພັດທະນາລວມມີ 13 ແຂວງຂອງ 3 ປະເທດ, ໃນນັ້ນມີ 5 ແຂວງຂອງຫວຽດນາມ ແມ່ນກອນຕຸມ, ຢາລາຍ, ດັກລັກ, ດັກນົງ ແລະ ບິ່ງເຟືອກ. ນາຍົກລັດຖະມົນຕີ 3 ປະເທດ ລ້ວນແຕ່ຢືນຢັນ ຄວາມຕັດສິນໃຈກໍ່ສ້າງເຂດ 3 ຫຼ່ຽມພັດທະນາຢູ່ເຂດຊາຍແດນຂອງ 3 ປະເທດ, ຖືນີ້ແມ່ນໜຶ່ງໃນບັນດາໜ້າທີ່ໃຫ້ບຸລິມະສິດອັນດັບໜຶ່ງໃນການຮ່ວມມືພັດທະນາ, ແມ່ນກົນໄກຮ່ວມມືສຳຄັນເພື່ອແນໃສ່ຮັກສາສະຖຽນລະພາບ, ຄວາມສະຫງົບປອດໄພດ້ານການເມືອງ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ 3 ປະເທດ.