ຕອນເຊົ້າວັນທີ 30/1, ຢູ່ຕາແສງ ແຄ໋ງອານ, ເມືອງ ອູນິນ, ແຂວງກາເມົາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ໄດ້ເຂົ້າຮ່ວມພິທີປະກາດຜະລິດຕະພັນການຄ້າທຳອິດຂອງໂຮງງານຝຸ່ນເຄມີ ກາເມົາ ແລະ ປຸກລະດົມການແຂ່ງຂັນອວຍພອນພັກ, ອວຍພອນລະດູບານໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເນັ້ນໜັກວ່າ:
“ດ້ວຍຄວາມສາມາດຜະລິດຝຸ່ນເຄມີ 800.000 ໂຕນ/ປີ, ໂຮງງານຜະລິດຝຸ່ນເຄມີກາເມົາຈະຕອບສະໜອງຄວາມຕ້ອງການຝຸ່ນເຄມີໃນທົ່ວປະເທດໄດ້ 40% ແລະ ຕອບສະໜອງຄວາມຕ້ອງການຝຸ່ນເຄມີຜະລິດກະສິກຳຂອງທົ່ວເຂດທົ່ງພຽງແມ່ນ້ຳຂອງຢ່າງພຽງພໍ. ເມື່ອໂຮງງານຖືກນຳເຂົ້າເຄື່ອນໄຫວພວກເຮົາຈະບໍ່ຕ້ອງນຳເຂົ້າຝຸ່ນເຄມີ 800.000 ໂຕນ, ເທົ່າກັບ 400 ລ້ານ USD ອີກ”
ໄລຍະຈະມາເຖິງ, ເມື່ອເປີດສະຫຼອງໂຮງງານຝຸ່ນເຄມີ ນິນບິນ, ຫວຽດນາມຈະບໍ່ຕ້ອງນຳເຂົ້າຝຸ່ນເຄມີເພື່ອຮັບໃຊ້ການຜະລິດກະສິກຳ. ທ່ານນາຍົກລັດຖະມົນຕີໄດ້ສະເໜີກຸ່ມບໍລິສັດນ້ຳມັນ - ອາຍແກັດແຫ່ງຊາດຫວຽດນາມ ແລະ ອຳນາດການປົກຄອງທ້ອງຖີ່ນສືບຕໍ່ໃຫ້ເຂດອຸດສາຫະກຳນີ້ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ປອດໄພ. ກໍໃນຕອນເຊົ້າວັນທີ 30/1, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ຕັດແຖບຜ້າເປີດສະຫຼອງຂົວ ເດິ່ນກູ່ງ ຂ້າມຜ່ານແມ່ນ້ຳ ໄບຮາດ ທີ່ເຊື່ອມຕໍ່ເມືອງກ໋າຍເນືອກ ແລະ ນຳກັນຂອງແຂວງກາເມົາ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ກໍ່ໄດ້ເຂົ້າຮ່ວມພິທີເປີດສະຫຼອງເຂດອະນຸສະຖານປະທານໂຮ່ຈີມິນຢູ່ນະຄອນກາເມົາ.