ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸ້ງ ເດີນທາງໄປຢ້ຽມຢາມ ຍີ່ປຸນ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸ້ງ ເດີນທາງໄປຢ້ຽມຢາມ ຍີ່ປຸນ ຢ່າງເປັນທາງການ  - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸ້ງ ແລະ ພັນລະຍາ
(ພາບປະກອບ)


(vovworld) - ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸ້ງ ​ເດີນທາງ​ໄປ​ຢ້ຽມຢາມ ຍີ່​ປຸນ ຢ່າງ​ເປັນ​ທາງ​ການແຕ່ວັນ​ທີ 12-15/12,ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່​ປຸນ Shinzo Abe. ການຢ້ຽມຢາມ​ດຳ​ເນີນ​​ໄປໃນ​ໂອກາດ​ສະ​ເຫຼີມສະຫຼອງ 40ປີ ​ແຫ່ງ​ການ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່​ປຸນ ​ເພື່ອ​ປະກອບສ່ວນ​ເພີ່​ມທະວີ ​ແລະ ​ເຮັດ​ໃຫ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຍີ່​ປຸນ ​ເລິກ​ເຊິ່ງກວ່າ​ອີກ, ພິ​ເສດ​ແມ່ນ​ກາ​ນຮ່ວມ​ມື​ດ້ານເສດຖະກິດ, ການ​ລົງທຶນ, ການ​ຊ່ວຍ​ເຫຼືອພັດທະນາ, ການສົມທົບ​ກັນລະຫວ່າງ ຫວຽດນາມ ​ແລະ ຍີ່​ປຸນ ​ຢູ່ບັນດາ​ເວທີ​ປາ​ໄສພາກພື້ນ ​ແລະ ສາກົນ.

    ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸ້ງ ກໍ​ເຂົ້າຮ່ວມ​ກອງ​ປະຊຸມ​ຂັ້ນສູງ​ສະ​ເຫຼີມສະຫຼອງ 40ປີ ​ແຫ່ງ​ສາຍ​ພົວພັນ​ຄູ່​ເຈລະຈາ ອາຊຽນ - ຍີ່​ປຸນ ​ແລະ ກອງ​ປະຊຸມ​ຂັ້ນສູງ ​ແມ່​ນຳ້ຂອງ - ຍີ່​ປຸນ ຄັ້ງທີ 5 ທີ່​ນະຄອນຫຼວງ ​ໂຕກຽວ. ຍີ່​ປຸນ​ແມ່ນ​ຄູ່​ຮ່ວມ​ມື​ສະໜັບສະໜູນທີ່​ສຳຄັນ​ໃຫ້​ແກ່​ວິວັດການ​ສ້າງຕັ້ງປະຊາ​ຄົມ ອາຊຽນ, ​ຮັດ​ເຄບຊ່ອງ​ຫວ່າງ​ການ​ພັດທະນາ, ພ້ອມ​ທັງບູລິ​ມະ​ສິດ​ໃຫ້​ແກ່ການຮ່ວມ​ມື ອະນຸພາກພື້ນ​ແມ່ນ້ຳຂອງ, CLV ( ກຳປູ​ເຈຍ - ລາວ - ຫວຽດນາມ ), ​ແລວຕາ​ເວັນ​ອອກ - ຕາ​ເວັນ​ຕົກ (EWEC). ເຂົ້າຮ່ວມ​ກອງ​ປະຊຸມ​ຂັ້ນສູງ ແມ່​ນຳ້ຂອງ - ຍີ່​ປຸນ ຄັ້ງທີ 5, ຫວຽດນາມ​ຈະ​ສືບ​ຕໍ່​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ຍົກ​ສູງ​ກົນ​​ໄກ​ຮ່ວມ​ມື ແມ່​ນຳ້ຂອງ - ຍີ່​ປຸນ ​ໃນ​ໄລຍະ​ຈະ​ມາ​ເຖີງຢ່າງ​ມີປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ