ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກ ກັບການນຳນະຄອນ ຫາຍຟ່ອງ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກ ກັບການນຳນະຄອນ ຫາຍຟ່ອງ - ảnh 1
(ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ)

(vovworld) - ທີ່​ການ​ເຮັດ​ວຽກ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 09/12, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ສະ​ເໜີ​ໃຫ້ການ​ນຳ​ນະຄອນ​ຫາຍ​ຟ່ອງ ມີ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ຢ່າງ​ລະອຽດ ​ເພື່ອ​ຫັນ​ປ່ຽນ​ໂຄງ​ປະກອບ​ເສດຖະກິດຕາມລວງເລິກຢ່າງ​ແຂງ​ແຮງ ​ແລະ ມີ​ປະສິດທິຜົນ, ມີ​ຄຸນ​ນະພາ​ບ ​ແລະ ມູນ​ຄ່າ​ເພີ່ມ​ສູງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ.

        “ຂ້າພະ​ເຈົ້າ​ຢາກ​ເວົ້າ​ແຈ້ງ​​ເລື່ອງ​ອຸດສາຫະກຳ​ຄວນ​ສຸມ​ໃສ່​ດຶງ​ດູດ​ການ​ລົງທຶນ ຍ້ອນ​ວ່າ ນີ້​ແມ່ນ​ຂະ​ແໜງທ້ອງ​ຖິ່ນ​ທີ່​ມີ​ທ່າ​ແຮງ, ມີ​ຄວາມ​ສາມາດ​ບົມຊ້ອນ. ທີ 2 ພື້ນຖານ ກະສິກຳ​ຂອງ​ຫາຍ​ຟ່ອງ ​ແມ່ນ​ພື້ນຖານກະສິກຳ​ຂອງ​ນະຄອນ​ສູນ​ກາງ ຕ້ອງ​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ ເພື່ອ​​ບັນລຸມູນ​ຄ່າ​ເພີ່ມ​ສູງ, ດຶງ​ດູດ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ເຂດຊົນນະບົດ​ເພື່ອ​ຫັນ​ປ່ຽນເປັນ​ໂຄງ​ປະ​ກອບ​​ແຮງ​ງານ”.

        ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ: ຫາຍ​ຟ່ອງ ຕ້ອງນຳ​ໃຊ້​ບັນດາ​ທ່າແຮງ​ພື້ນຖານ​ໂຄງ​ລ່າງ​ທ່າກໍ່າ​ປັ່ນ, ສະໜາມ​ບິນ​ເພື່ອ​ດຶງດູດ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ​​ເຂົ້າ​ຂົງ​ເຂດ​ອຸດສາຫະກຳ​ສຳຮອງ ​ແລະ ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ກໍ່​ຄື​ປະຕິບັດ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ເປັນ​ຢ່າງ​ດີ, ສ້າງ​ວຽກ​ເຮັດ​ງານ​ທຳ, ກໍ່ສ້າງ​ຊົນນະບົດ​ໃໝ່, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

ຂ່າວ/ບົດ​ອື່ນ