ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກກັບສະມາຄົມຊາວກະສິກອນ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຮັດວຽກກັບສະມາຄົມຊາວກະສິກອນ ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງເຮັດ​ວຽກກັບ​
ຄະນະ​ປະຈຳ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ
( ພາບ: thutuong.chinhphu.vn )

( vovworld ) - ຕອນ​ເຊົ້າ​ວັນ​ທີ 16/3 ຢູ່​​ຮ່າ​​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເປັນ​ປະທານ​​ໃນການ​ເຮັດ​ວຽກກັບ​ຄະນະ​ປະຈຳ​ສູນ​ກາງ​ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ​ເພື່ອ​ສຳລວດກວດ​ຄືນ​ຜົນງານ​ສົມທົບ​ວຽກ​ງານ​ລະຫວ່າງ​ລັດຖະບານ ​ແລະ ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ​ແລະ ກຳນົດ​ຈຸດ​ສຸມສົມທົບ​ກັນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​​ໃຫ້ລັດຖະບານ ​ແລະ ສະມາຄົມ​ຊາວ​ກະສິກອນ​ຫວຽດນາມ ຄວນ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ​ຢ່າງ​ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​​ກ່ຽວ​ກັບ​ດ້ານ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ, ພັດທະນາ​ການ​ຜະລິດ​ກະສິກຳ​ດ້ວຍ​ສະມັດ​ຕະພາບ, ຄຸນ​ນະພາ​ບ​ປະສິດທິ​ຜົນ​ສູງ, ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ ​ແລະ ໝັ້ນຄົງ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ສະ​ມາ​ຄົມ​ຊາວ​ກະສິກອນ​ຫວຽດນາມ ​ເປັນ​ເຈົ້າ​ການສະ​ເໜີ​ກົນ​ໄກ, ນະ​ໂຍບາຍ ​ແລະ ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູ​ນກາງ​ສ້າງ​ແຜນ​ນະ​ໂຍບາຍ​ເພື່ອ​ຮັບປະກັນ​ສິດ, ຜົນ​ປະ​ໂຫຍ​ດ ແລະ ​ເບິ່ງ​ແຍງດູ​ແລ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ