ທ່ານນາຍົກລັດຖະມົນຕີ ຫງວຽນເຕີຢູ໋ງ ເຂົ້າຮ່ວມກອງປະຊຸມ GMS 4

ຕອນ​ເຊົ້າ​ວັນ​ທີ 20/12  ທີ່ ສູນ​ກອງ​ປະຊຸມ​ສາກົນ ມ້ຽນ​ມາ ຢູ່​ນະຄອນຫລວງ Naypito ປະ​ເທດ​ມ້ຽນ​ມາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ຢູ໋ງ ພ້ອມ​ດ້ວຍ​ຫົວຫນ້າ​ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ ກຳປູ​ເຈຍ, ລາວ, ມ້ຽນ​ມາ, ​ໄທ ​ແລະ ຈີນ ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ​ຄັ້ງ​ທີ 4 ຫລື GMS 4. ກອງ​ປະຊຸມ​ມີ​ຫົວ​ຂໍ້​ວ່າ: ມູ້​ງ​ໄປ​ເຖິງ​ທົດ​ສະ​ວັດ​​ໃຫມ່ ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ພັດທະນາ​ຍຸດ​ທະ​ສາດ GMS. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ພ້ອມ​ກັບກາ​ນນຳ​ບັນດາ​ປະ​ເທດ​ດັ່ງກ່າວ ສະ​ແດງ​ຄວາມ​ພຶງດໍ​ໃຈ ກ່ຽວ​ກັບ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ ​ແລະ ​ໂຄງການ​ຮ່ວມ​ມື​ຂອງ​ຮ່າງ​ຍຸດ​ທະ​ສາດ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ GMS 2002 -2012, ​ເປັນ​ຕົ້ນ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ຄົມມະນາຄົມ, ພະລັງງານ, ຖະ​ແຫລ​ງຂ່າວ, ສ້າງ​ຄວາມ​ສະດວກ​ໃນ​ການຫັນ​ການ​ຄ້າ​ເປັນ​ເສລີ ​ແລະ ການ​ລົງທຶນ, ກະສິກຳ, ການທ່ອງທ່ຽວ, ສິ່ງ​ແວດ​ລ້ອມ. ກອງ​ປະຊຸມ​ໄດ້​ຮັບ​ຮ​ອງ​ເອົາ​ຮ່າງ​ຍຸດ​ທະ​ສາດ GMS ​ໄລຍະ 10 ປີ ຄື​ແຕ່​ປີ 2012 - 2022, ​ເປັນ​ພື້ນຖານ ​ແລະ ການ​ກຳນົດ​ທິດ​ໃຫ້​ແກ່​ການ​ພັດທະນາ​ການ​ຮ່ວມ​ມື​ເສດຖະກິດ​ອະນຸ​ພາກ​ພື້ນ. ກອງ​ປະຊຸມ​ກໍ​ເຫັນ​ດີ​ຮັບຮອງ​ເອົາ: ຮ່າງ​ການ​ຮ່ວມ​ມື​ໄລຍະ 2 ​ແຕ່ 2012 - 2016 ຂອງ​ໂຄງການ​ສິ່ງ​ແວ​ດລ້ອມ​ຈຸດ​ສຸມ CEP ຂໍ້​ລິ​ເລີ່​ມ​ອະນຸລັກ​ຮັກສາ​ຊີວະ​ນາໆ​ພັນ, ວິໄສ​ທັດ​​ໃຫມ່ ​ແລະ ຍຸດ​ທະ​ສາດ​ລວມ​ໃຫ້​ແກ່​ໂຄງການ​ຫນູນ​ຊ່ວຍ​ກະສິກຳ​ຈຸດ​ສຸມ​ໃລຍະ 2011 - 2015, ຍຸດ​ທະ​ສາດ ​ແລະ ວິວັດ​ການ​ຂອງ​ການທ່ອງທ່ຽວ GMS ​ໄລຍະ 2011- 2015. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ​ເນັ້ນ​ຫນັກ​ວ່າ: ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ການ​ລະດົມ​ເງິນ​ລົງທຶນ​ເພື່ອ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ກໍ​ຄື​ປັບປຸງ ​ແລະ ສ້າງ​ລະບອບ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ໃຫ້​ສົມບູນ​ແບບ, ຊຸກຍູ້​ການ​ປະສານ​ສົມທົບ​ລະຫວ່າງ ບັນດາ​ຝ່າຍ​ກ່ຽວຂ້ອງ​ຈາກ​ສູນ​ກາງ​ຕະຫລອດ​ຮອດ​ທ້ອງ​ຖິ່ນ, ລະຫວ່າງ​ລັດຖະບານ ​ແລະ ພາກ​ເອກະ​ຊົນ​ໃນ​ການ​ພັດທະນາ​ແລວ​ເສດຖະກິດ.

        ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ພ້ອມ​ກັບ​ບັນດາ​ການ​ນຳ​ປະ​ເທດ​ເຫລົ່າ​ນັ້ນ ​ໄດ້​ເປັນ​ສັກ​ຂິພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ 3 ສະບັບ ລະຫວ່າງ​ບັນດາ​ປະ​ເທດ GMS ກ່ຽວ​ກັບ​ການ​ສົມທົບ​ເຄື່ອນ​ໄຫວ​ເພື່ອ​ບັນ​ເທົາ​ຜົນ​ກະທົບ​ຂອງ HIV ທີ່​ມີ​ຕໍ່​ພົນລະ​ເມືອງ​ໄປມາ, ການ​ຮ່ວມ​ມື​ພັດທະນາ​ລະບົບ​ຂໍ້​ມູນ​ຂ່າວສານ​ໃນ​ອະນຸ​ພາກ​ພື້ນ GMS ​ແລະ ສ້າງ​ຕັ້ງ​ສະຫະ​ສະມາຄົມ​ຂົນ​ສົ່ງ GMS. ​ອັດ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ພ້ອມ​ກັບ​ບັນດາ​ການ​ນຳ GMS ອອກ​ຖະ​ແຫລ​ງການ​ຮ່ວມ: ພາຍຫລັງ​ປີ 2012: ມຸ້ງ​ໄປ​ເຖິງ​ທົດ​ສະ​ວັດ​ໃຫມ່​ກ່ຽວ​ກັບ​ການ​ພົວພັນ​ພັດທະນາ​ຍຸດ​ທະ​ສາດ GMS.

ຕອບກັບ

ຂ່າວ/ບົດ​ອື່ນ