(VOVWORLD) - ຕອນເຊົ້າວັນທີ 10 ມີນາ, ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIII, ອາຍຸການ 2022 – 2027 ຖືກໄຂຂຶ້ນຢ່າງເປັນທາງການດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 1000 ຄົນ ເຊິ່ງຕາງໜ້າໃຫ້ແມ່ຍິງທຸກຊັ້ນວັນນະໃນທົ່ວປະເທດ.
ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ XIII, ອາຍຸການ 2022 – 2027 ຖືກໄຂຂຶ້ນຢ່າງເປັນທາງການດ້ວຍການເຂົ້າຮ່ວມຂອງຜູ້ແທນເກືອບ 1000 ຄົນ |
ກອງປະຊຸມໃຫຍ່ ຈະວາງອອກທິດທາງ, ໜ້າທີ່ໃຫ້ແກ່ອາຍຸການໃໝ່. ໃນນັ້ນສືບຕໍ່ໃກ້ຊິດຕິດແທດ, ຫັນແນວທາງ, ແຜນນະໂຍບາຍຂອງລັດ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ການປົກປັກຮັກສາປະເທດຊາດເປັນລະອຽດ; ອີງໃສ່ພຶດຕິກໍາຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງຂະບວນການແມ່ຍິງໃນໄລຍະໃໝ່; ເສີມຂະຫຍາຍ ແລະ ສືບທອດມູນເຊື້ອອັນດີງາມຂອງແມ່ຍິງ ຫວຽດນາມ, ພ້ອມທັງເອົາໃຈໃສ່, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຮ່ວມເດີນທາງແກ້ໄຂບັນຫາໃກ້ຊິດຕິດແທດກັບແມ່ຍິງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ໃນຕະຫຼອດໄລຍະສ້າງສາ ແລະ ປົກປັກຮັກສາປະເທດຊາດ, ບໍ່ວ່າຈະຢູ່ໃນໄລຍະໃດ, ສະພາບໃດກໍຕາມ, ແມ່ຍິງ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ, ສິ່ງກີດຂວາງນາໆປະການ, ໄດ້ເຂົ້າຮ່ວມ, ອຸທິດສ່ວນ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການສ້າງສາ ແລະ ປົກປັກຮັກສາຄວາມໝັ້ນຄົງຂອງຊາດ ຫວຽດນາມ. ເພື່ອໃຫ້ສະຫະພັນແມ່ຍິງ ສືບຕໍ່ຢັ້ງຢືນ, ຍົກສູງບົດບາດແກ່ນສານໃນວຽກງານແມ່ຍິງ, ກາຍເປັນອົງການເຄື່ອນໄຫວທີ່ເປັນມືອາຊີບ, ມີປະສິດທິຜົນ, ເປັນເຈົ້າການເຂົ້າຮ່ວມວຽກງານແກ້ໄຂບັນຫາຂອງແມ່ຍິງ, ການເຄື່ອນໄຫວຂອງສັງຄົມ, ປະຕິບັດເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ-ຊາຍໃນພາກພື້ນ ແລະ ສາກົນ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ:
“ຈົ່ງເສີມຂະຫຍາຍບົດບາດ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແມ່ຍິງໃນທຸກຂົງເຂດ ແລະ ບໍລິເວນ; ພ້ອມທັງປະຕິບັດການເອົາໃຈໃສ່, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງໃຫ້ເປັນຢ່າງດີກວ່າອີກ. ສຸມໃສ່ປະຕິບັດບັນດາມາດຕະການຢ່າງຄົບຊຸດ ເພື່ອສ້າງແມ່ຍິງ ຫວຽດນາມ ໃຫ້ພັດທະນາ, ເຊື່ອມໂຍງເຂົ້າກັບຄຸນຄ່າຂອງຍຸກສະໄໝ ຕິດພັນກັບການຮັກສາ, ເສີມຂະຫຍາຍຄຸນຄ່າທີ່ເປັນມູນເຊື້ອຂອງຊາດ ຫວຽດນາມ”.