ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຸງ​ກາ​ຣີ ຢ້ຽມ​ຢາມ ຈີນ ແບບ​ກະ​ທັນ​ຫັນ

(VOVWORLD) - ຕອນເຊົ້າວັນທີ 8 ກໍລະກົດ, ກະຊວງການຕ່າງປະເທດ ຈີນ ແຈ້ງໃຫ້ຊາບວ່າ ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ໄດ້ເດີນທາງໄປຢ້ຽມຢາມ ຈີນ ແລະ ມີການພົບປະກັບທ່ານປະທານປະເທດ ຈີນ ສີຈີ້ນຜິງ.

ຕາມແຈ້ງການໃນເວັບໄຊຂອງກະຊວງການຕ່າງປະເທດ ຈີນ ແລ້ວ, ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ໄດ້ໄປຢ້ຽມຢາມ ຈີນ ເພື່ອແນໃສ່ “ແລກປ່ຽນກ່ຽວກັບບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເລິກເຊິ່ງ”. ນອກຈາກການພົບປະກັບທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລ້ວ, ການເຄື່ອນໄຫວອື່ນຂອງທ່ານ Orban ຢູ່ ປັກກິ່ງ ແມ່ນຍັງບໍ່ທັນໄດ້ປະກາດເທື່ອ.

              ນີ້ແມ່ນການຢ້ຽມຢາມແບບກະທັນຫັນຄັ້ງທີ 3 ຂອງທ່ານ Viktor Orban ນັບແຕ່ເມື່ອ ຮຸງກາຣີ ຮັບດຳລົງຕຳແໜ່ງເປັນປະທານໝູນວຽນ ສະຫະພາບເອີຣົບ (EU) ໃນເດືອນ ກໍລະກົດ. ອາທິດກ່ອນ, ທ່ານນາຍົກລັດຖະມົນຕີ Viktor Orban ໄດ້ໄປຍັງ Kiev ເພື່ອພົບປະກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃນຄວາມມານະພະຍາຍາມເກ້ຍກ່ອມ ຢູແກຼນ ພິຈາລະນາບັນດາການເຈລະຈາຢຸດຍິງກັບ ລັດເຊຍ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຮຸງກາຣີ ກໍໄປຢ້ຽມຢາມ ລັດເຊຍ ແລະ ພົບປະກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງກະທັນຫັນເຊັ່ນດຽວກັນ.

ບິກທ້ວນ, ນັກຂ່າວ VOV ປະຈຳ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ