ທ່ານນາຍົກລັດຖະມົນຕີ: ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິໂດຍໄວ

(VOVWORLD) - ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ຕ້ອງຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິໂດຍໄວ ແມ່ນໄດ້ກຳນົດວ່າແມ່ນໜ້າທີ່ຈຸດສຸມ
ທ່ານນາຍົກລັດຖະມົນຕີ: ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິໂດຍໄວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
(ພາບ: VGP)

ວັນທີ 21 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີບົດຂຽນດ້ວຍຫົວຂໍ້ “ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິໂດຍໄວ, ຕັ້ງໜ້າຊຸກຍູ້ການເຕີບໂຕເສດຖະກິດ, ຄວບຄຸມໄພເງິນເຟີ້”. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ຕ້ອງຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິໂດຍໄວ ແມ່ນໄດ້ກຳນົດວ່າແມ່ນໜ້າທີ່ຈຸດສຸມ, ຮີບດວນ, ພິເສດແມ່ນສຳລັບອຳນາດການປົກຄອງທຸກຂັ້ນ, ບັນດາກຳລັງທີ່ມີໜ້າທີ່ຢູ່ຂັ້ນຮາກຖານ. ພ້ອມກັນນັ້ນແມ່ນ, ຕ້ອງສຸມໃສ່ຟື້ນຟູການຜະລິດດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕເສດຖະກິດ, ຄວບຄຸມໄພເງິນເຟີ້. ນີ້ແມ່ນໜ້າສຳຄັນພິເສດ.

ກ່ຽວກັບການຊຸກຍູ້ການເຕີບໂຕເສດຖະກິດ, ຄວບຄຸມໄພເງິນເຟີ້, ນັບແຕ່ນີ້ຮອດທ້າຍປີ 2024 ແລະ ໃນປີ 2025, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ້ອງສືບຕໍ່ສຸມໃສ່ຕິດຕາມຢ່າງໃກ້ຊິດ, ກຳແໜ້ນສະພາບການຕະຫຼາດ, ຮັບປະກັນແຫຼ່ງສະໜອງສິນຄ້າຢ່າງຄົບຖ້ວນ, ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ; ໃຫ້ບຸລິມະສິດຈັດແບ່ງແຫຼ່ງທຶນ, ຍູ້ແຮງຄວາມຄືບໜ້າບັນດາກິດຈະກຳ, ໂຄງການສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ