ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມ​ພິ​ທີ ສະ​ເຫຼີ​ມ​ສະຫຼອງ 75 ປີ ແຫ່ງວັນ​ສ້​າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານ ສູນກາງ, ກະຊວງປ້ອງກັນປະເທດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ30 ປີ ແຫ່ງວັນບຸນ ທົ່ວປວງຊົນປ້ອງກັນຊາດ (22 ທັນວາ 1989 – 22 ທັນວາ 2019), 75 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2019) ແລະ ຕ້ອນຮັບຫຼຽນໄຊຜົນງານຊັ້ນໜຶ່ງ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຂົ້າ​ຮ່ວມ​ພິ​ທີ ສະ​ເຫຼີ​ມ​ສະຫຼອງ 75 ປີ ແຫ່ງວັນ​ສ້​າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ພິທີ (ພາບ: VGP)

ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ບັນດາການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ບັນດາຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ແລະ ກອງທັບບັນດາປະເທດຈຳນວນໜຶ່ງ.

        ໃນບົດກ່າວປາໄສທີ່ພິທີສະເຫຼີມສະຫຼອງ, ທ່ານພົນເອກ ໂງຊວັນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ຊີ້ແຈ້ງວ່າ:

        ໃນບັນດາວິລະກຳອັນຍິ່ງໃຫຍ່ຂອງກອງທັບປະຊາຊົນ ຫວຽດນາມໃນໄລຍະທາງ 75 ປີທີ່ສະຫງ່າອົງອາດທີ່ຜ່ານມານັ້ນແມ່ນໝາກຜົນຂອງ ການສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມຂອງ ພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນທີ່ແສນເຄົາລົບຮັກ; ການປົກປ້ອງ, ອູ້ມຊູຊ່ວຍເຫຼືອເອື້ອເຟື້ອເພື່ອແຜ່ ຂອງ ປະຊາຊົນທົ່ວປະເທດ ແລະ ການຊ່ວຍເຫຼືອອັນລ້ຳຄ່າຂອງ ເພື່ອນມິດສາກົນ. ພິເສດ, ນີ້ແມ່ນຢາດເຫື່ອ ແລະ ເລືອດເນື້ອຂອງ ບັນດາພະນັກງານ, ນັກຮົບທຸກຂັ້ນທຸກຊັ້ນ ທີ່ມີຄວາມສະຫຼາດຫຼັກແຫຼມ, ພິລະອາດຫານ, ອົງອາດກ້າແກ່ນ ຍອມເສຍສະຫຼະຊີວິດ ເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອຄວາມຜາສຸກຂອງ ປະຊາຊົນ.

        ທີ່ພິທີ, ໂດຍຕາງໜ້າໃຫ້ແກ່ການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ມອບຫຼຽນໄຊຜົນງານຊັ້ນໜຶ່ງໃຫ້ແກ່ກອງທັບປະຊາຊົນ ຫວຽດນາມ, ມອບຫຼຽນໄຊຜົນງານຊັ້ນໜຶ່ງ ໃຫ້ແກ່ສ່ວນບຸກຄົນ 7 ຄົນ ທີ່ຂຶ້ນກັບ ກະຊວງປ້ອງກັນປະເທດ. ທ່ານ ຫງວຽນຊວັນຟຸກ ເນັນໜັ້ກໜ້າທີ່ຂອງກອງທັບປະຊາຊົນ ຫວຽດນາມໃນສະພາບການໃໝ່ວ່າ:

        ໜຶ່ງໃນບັນດາໜ້າທີ່ສຳຄັນໃນສະໄໝສັນຕິພາບແມ່ນ: ຕັ້ງໜ້າ, ເປັນເຈົ້າການໃນການສະກັດກັ້້ນ ແລະ ຍູ້ຖອຍໄພອັນຕະລາຍສົງຄາມ, ຮັກສາສິ່ງແວດລ້ອມ ສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ. ເຖິງວ່າຢູ່ໃນ ເງື່ອນໄຂ, ສະພາບການໃດກໍ່ຕາມ ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ປັບປຸງການປ້ອງກັນຊາດ, ສ້າງກຳລັງປະກອບອາວຸດປະຊາຊົນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນປະຕິບັດໄຊຊະນະໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ  ຫວຽດນາມ ຂອງ ພວກເຮົາໄວ້ຢ່າງໝັ້ນຄົງ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຂອບອົບຂອບໃຈກອງທັບ ແລະ ປະຊາຊົນບັນດາປະເທດອ້າຍນ້ອງ, ເພື່ອນມິດສາກົນ ທີ່ໄດ້ສະຫງວຽນການຊ່ວຍເຫຼືອອັນລ້ຳຄ່າໃຫ້ແກ່ປະຊາຊົນ ຫວຽດນາມໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນກໍ່ຄືການຮ່ວມມືຮອບດ້ານໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ