ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປິດອົງການຕາງໜ້າຂອງ VOV ປະຈຳ ຢູ່ອົດສະຕາລີ
(VOVWORLD) - ວິທະຍຸກະຈາຍສຽງຫວຽດນາມ ມີ ອົງການຕາງໜ້າ10 ແຫ່ງປະຈຳຕ່າງປະເທດ . ນີ້ແມ່ນ ອົງການຕາງໜ້າປະຈຳຕ່າງປະເທດ ແຫ່ງທີ 11 ແລ້ວ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນບາດກ້າວໃໝ່ໃນເລື່ອງພວກເຮົາເກັບກຳໄດ້ຂ້ໍມູນຂ່າວຈາກບັນດາພາກພື້ນໃນໂລກ
ທ່ານ ຫງວຽນເທ໋ກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ກ່າວຄຳເຫັນທີ່ພິທີ |
ພິທີເປີດອົງການຕາງໜ້າ ຂອງ VOV ໄດ້ດຳເນີນໃນຕອນເຊົ້າວັນທີ 17 ມີນາ, ທີ່ນະຄອນຫຼວງ Sydney, ອົດສະຕາລີ. ນີ້ແມ່ນອົງການຕາງໜ້າປະຈຳ ຢູ່ຕ່າງປະເທດ ແຫ່ງທີ 11 ຂອງ ວິທະຍຸກະຈາຍສຽງຫວຽດນາມ. ເຂົ້າຮ່ວມພິທີ ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິງມິງ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລິວ ແລະ ທ່ານ ຫງວຽນເທ໋ກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ.
ກ່າວຄຳເຫັນທີ່ພິທີ, ທ່ານ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຫງວຽນເທ໋ກີ ໄດ້ເນັ້ນໜັກວ່າ ການເຄື່ອນໄຫວຂອງບັນດານັກຂ່າວ ຂອງ ວິທະຍຸກະຈາຍສຽງຫວຽດນາມ ປະຈຳອົດສະຕາລີ ໄດ້ປະກອບສ່ວນພ້ອມກັບບັນດາອົງການສື່ມວນຊົນອື່ນໆ ສ້າງກຳລັງແຮງສັງລວມເພື່ອສື່ຂ່າວ, ໂຄສະນາເຜີຍແຜ່ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ອົດສະຕາລີ.
ເມື່ອຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດນີ້, ທ່ານ ຫງວຽນເທ໋ກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ໃຫ້ຮູ້ວ່າ:
“ວິທະຍຸກະຈາຍສຽງຫວຽດນາມ ມີ ອົງການຕາງໜ້າ 10 ແຫ່ງປະຈຳຕ່າງປະເທດ . ນີ້ແມ່ນ ອົງການຕາງໜ້າປະຈຳຕ່າງປະເທດ ແຫ່ງທີ 11 ແລ້ວ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນບາດກ້າວໃໝ່ໃນເລື່ອງພວກເຮົາເກັບກຳໄດ້ຂ້ໍມູນຂ່າວຈາກບັນດາພາກພື້ນໃນໂລກ. ກ່ອນນີ້, ອົງການຄຕາງໜ້າປະຈຳຕ່າງປະເທດ ຂອງ ວິທະຍຸກະຈາຍສຽງຫວຽດນາມ ສ່ວນຫຼາຍແມ່ນເຮັດວຽກກ່ຽວກັບດ້ານການກະຈາຍສຽງ. ແຕ່ ປັດຈຸບັນ ອົງການຕາງໜ້າປະຈຳຕ່າງປະເທດ ທັງເຮັດ ດ້ານການກະຈາຍສຽງ, ທັງເຮັດດ້ານໂທລະພາບ, ດ້ານສື່ສິ່ງພິມ ແລະ ສື່ເອັກໂທລິກອີກ. ສະນັ້ນ, ໜ້າທີ່ຂອງບັນດາ ອົງການຈະໜັກຫຼວງກວ່າເກົ່າ”.
ອົງການຄຕາງໜ້າຂອງ VOV ປະຈຳ Sydney ບໍ່ພຽງແຕ່ສົ່ງຂໍ້ມູນຂ່າວສານກ່ຽວກັບ ອົດສະຕາລີເທົ່ານັ້ນ ຫາກຍັງສົ່ງຂ່າວໃນເຂດ ນິວຊີແລນ ແລະ ບັນດາປະເທດອໃຫ້ຄຽງອີກດ້ວຍ.