ທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່ຂອງ ຍີ​່ປຸ່ນ ຢັ້ງຢືນ​ບຸລິມະ​ສິດ​ແຖວໜ​້າ ​ແມ່ນ​ຮັບ​ມື​ກັບ​​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ທ່ານ Suga Yoshihide ຢັ້ງຢືນວ່າ ບຸລິມະສິດແຖວໜ້າ ແມ່ນຮັບມືກັບໂລກລະບາດໂຄວິດ - 19 ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ບັນດານະໂຍບາຍດ້ານເສດຖະກິດ Abenomics ຂອງທ່ານ Shinzo Abe. 
ທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່ຂອງ ຍີ​່ປຸ່ນ ຢັ້ງຢືນ​ບຸລິມະ​ສິດ​ແຖວໜ​້າ ​ແມ່ນ​ຮັບ​ມື​ກັບ​​ໂລກລະບາດ​ໂຄ​ວິດ - 19 - ảnh 1ທ່ານ Suga Yoshihide (ຜູ້ຢູ່ເບື້ອງຂວາ) ໃນພິທີຮັບດໍາລົງຕໍາແໜ່ງ (ພາບ:AFP/TTXVN)

        ຕອນຄໍ່າວັນທີ 16 ກັນຍາ, ກ່າວຄໍາເຫັນໃນການຖະແຫຼງຂ່າວຢ່າງເປັນທາງການຄັ້ງທໍາອິດ ໃນຖານະເປັນນາຍົກລັດຖະມົນຕີ ຍີ່ປຸ່ນ, ທ່ານ Suga Yoshihide ຢັ້ງຢືນວ່າ ບຸລິມະສິດແຖວໜ້າ ແມ່ນຮັບມືກັບໂລກລະບາດໂຄວິດ - 19 ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ບັນດານະໂຍບາຍດ້ານເສດຖະກິດ Abenomics ຂອງທ່ານ Shinzo Abe ແລະ ສຸມໃສ່ຟື້ນຟູບັນດາເຂດເສດຖະກິດ. ທ່ານກໍໃຫ້ຄໍາໝັ້ນສັນຍາວ່າ ຈະປັບປຸງລະບົບປະກັນສຸຂະພາບແຫ່ງຊາດ, ມານະພະຍາຍາມກວ່າອີກເພື່ອຫຼຸດຜ່ອນປະລິມານທາດພິດ ກາກບອນ ແລະ ຢຸດຕິລັດທິເຫັນແກ່ທາດສ່ວນຕົນ ໃນກົງຈັກການບໍລິຫານ.

        ກ່ຽວກັບການພົວພັນຕ່າງປະເທດ ແລະ ຄວາມໝັ້ນຄົງ, ທ່ານນາຍົກລັດຖະມົນຕີ Suga Yoshihide  ຢັ້ງຢືນວ່າ ການພົວພັນສໍາພັນທະມິດ ລະຫວ່າງ ຍີ່ປຸ່ນ - ອາເມລິກາ ຈະແມ່ນພື້ນຖານໃນນະໂຍບາຍພົວພັນຕ່າງປະເທດຂອງຕົນ, ພ້ອມທັງສະແດງຄວາມຢຶດໝັ້ນຕໍ່ການແກ້ໄຂບັນຫາ ສປປ.ເກົາຫຼີ ລອບຈັບຕົວພົນລະເມືອງ ຍີ່ປຸ່ນ ໃນຊຸມປີ 1970 ແລະ 1980. ວັນທີ 16 ກັນຍາ, ທໍານຽບຂ່າວ ກໍຖະແຫຼງວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ພ້ອມແລ້ວທີ່ຈະເຮັດວຽກກັບທ່ານນາຍົກລັດຖະມົນຕີຄົນໃໝ່ ຍີ່ປຸ່ນ Yoshihide Suga ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງຝ່າຍໃຫ້ໝັ້ນຄົງເຂັ້ມແຂງ.

        ສອງປະເທດບ້ານໃກ້ເຮືອນຄຽງຂອງ ຍີ່ປຸ່ນ ແມ່ນ ຈີນ ແລະ ສ.ເກົາຫຼີ, ໃນວັນທີ 16 ກັນຍາ ກໍສະແດງຄວາມປິຕິຊົມຊື່ນ ແລະ ຈະພ້ອມກັນມານະພະຍາຍາມປັບປຸງສາຍພົວພັນກັບ ໂຕກຽວ ໃຫ້ດີກວ່າອີກ ພາຍຫຼັງທ່ານ Suga Yoshihide ກາຍເປັນ ນາຍົກລັດຖະມົນຕີ.

        ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ກໍ່ສົ່ງສານອວຍພອນ ແລະ ສະແດງຄວາມປາດຖະໜາຢາກຮັກສາສາຍພົວພັນຄູ່ຮ່ວມມືເປີດ, ກວ້າງຂວາງ ແລະ ຍືນຍົງໃນຫຼາຍປີຜ່ານມາກັບ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ