ທ່ານນາຍົກລັດຖະມົນຕີຕ້ອນຮັບປະທານຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ສປຊ

ທ່ານນາຍົກລັດຖະມົນຕີຕ້ອນຮັບປະທານຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ສປຊ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບທ່ານ Raijendra Pachauri)


(vovworld) – ​ຕອນ​ບ່າຍ​ວັນ​ທີ 21/01, ຢູ່​ຮ່າ​ໂນ້ຍ, ທີ່​ຕ້ອນຮັບທ່ານປະທານ​ຄະນະ​ກຳ​ມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ສປຊ Raijendra Pachauri, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​​​ເນັ້ນ​ໜັກ​ວ່າ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກດ​ແມ່ນ​ບັນຫາ​ເຊິ່ງຫວຽດນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ​ເພາະວ່າຕາມ​ການ​ຄາດ​ຄະ​ເນ​ແລ້ວ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນຢ່າງ​ໜັກໜ່ວງ​ທີ່​ສຸດ​ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ​. ຫວຽດນາມ​ຖື​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ນ້ຳ​ທະ​ເລ​ຂຶ້ນ​ສູງ, ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​​ແມ່ນ​ຄວາມ​ຮຽກຮ້ອງ​​ເປັນຕາ​ຍ​ໃນ​ວິວັດ​​ແຫ່ງ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ຕົນ. ຫວຽດນາມ ​ໄດ້​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໂດຍ​ທ່ານນາຍົກລັດຖະມົນຕີ​ເປັນ​ຫົວໜ້າ ​ແລະ ສ້າງ​ຕັ້ງ​ສະພາ​ໃຫ້​ຄຳ​ປຶ​ກສາ​ເພື່ອ​ເຕື້ອງ​ເຖິງ​ບັນດາ​ບົດ​ລາຍ​ງານ ກໍ່​ຄື​ຍົກ​ອອກ​ຄຳ​ຕັກ​ເຕື່ອນ​ແນ​ໃສ່​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​​ໃນ​ຕໍ່​ໜ້າ ​ແລະ ຍາວ​ນານ.

        ທ່ານ​ນາຍົກລັດຖະມົນຕີ​ກໍ່​ເນັ້ນ​ໜັກ​ວ່າ, ຫວຽດນາມ ຢືນຢັນ​ຈະ​ມານະ​ພະຍາຍາມ​ຈົດ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ຮ່ວມ​​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະຊາ​ຄົມ​ໂລກ​​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຫວຽດນາມ ກໍ່​ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ຢ່າງ​ມີ​ປະສິດ​ທີ​ຜົນຈາກ​ສປຊ, ບັນດາ​ນັກ​ອຸປະຖຳ​ສາກົນ; ບັນດາ​ນັກວິທະຍາສາດ​ສາກົນກວ່າ​ອີກ.

        ສ່ວນ​ທ່ານ Raijendra Pachauri ຢືນຢັນ​ວ່າ, ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສປຊ ຈະ​ຮຽງ​ບ່າ​ຮຽງ​ໄຫຼ່ພ້ອມ​ກັບ​ຫວຽດນາມ ​ໃນ​ຄວາມ​ມານະ​ພະຍາຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ນ້ຳ​ທະ​ເລ​ຂຶ້ນ​ສູງ ກໍ່​ຄື​​ໃນ​ການຮັບ​ມື​ກັບ​ບັນດາ​ປະກົດ​ການທຳ​ມະ​ຊາດທີ່ຫຍໍ້​ທໍ້ອື່ນໆ​ທີ່​ເກີດ​ຂຶ້ນ ຍ້ອນ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາ​ກາດ.

ຂ່າວ/ບົດ​ອື່ນ