ທ່ານນາຍົກລັດຖະມົນຕີສະຫະພັນລັດເຊຍ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີສະຫະພັນລັດເຊຍ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1
ພິທີຕ້ອນຮັບທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitri Medvedev
(ພາບ: vtv.vn)

(vovworld) -     ວັນ​ທີ 7/11, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ ຕາມ​ຄຳ​ເຊີນຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໃນ​ລະຫວ່າງ​ວັນ​ທີ 6 - 7/11, ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitri Medvedev ​ໄດ້ພົບ​ປະເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung; ພົບ​ປະ​ເຈລະຈາ​ກັບທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung. ທ່ານ​ນາຍົກ​ລັດຖະມົນຕີ Dmitri Medvedev ກໍ​ໄດ້​ເຂົ້າ​ຢ້ຽມ​ຄຳນັບສູສານ​ປະທານ​ໂຮ່ຈິ​ມິນ ​ແລະ ​​ອານຸສາ​ວະລີນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ.

        ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້​ຂອງ​ທ່ານນາຍົກ​ລັດຖະມົນຕີ Dmitri Medvedev  ​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ໃຫ້​ຫວຽດນາມ ​ແລະ ສະຫະ​ພັນ​ລັດ​ເຊຍ ​ແລກປ່ຽນ​ບັນດາ​ມາດ​ຕະການ ​ແລະ ວິທີ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ຊຸກຍູ້​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ໂຄງການ​ໃຫຍ່​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ